Zakra

ທີມເຊີງພານິດ
ທີມນີ້ໃຫ້ໃຊ້ຟຣີ ແຕ່ມີການສະເໜີການອັບເກຣດເຊີງພານິດ ຫຼື ການຊ່ວຍເຫຼືອເພີ່ມເຕີມແບບມີຄ່າໃຊ້ຈ່າຍ. ເບິ່ງການຊ່ວຍເຫຼືອ
Zakra ແມ່ນທິມ (Theme) ທີ່ຊົງພະລັງ ແລະ ສາມາດນຳໃຊ້ໄດ້ຫຼາກຫຼາຍຮູບແບບ ເຊິ່ງຊ່ວຍໃຫ້ການສ້າງເວັບໄຊທີ່ສວຍງາມ ແລະ ເປັນມືອາຊີບໄດ້ຢ່າງງ່າຍດາຍ. ດ້ວຍເວັບໄຊຕົວຢ່າງ (Demo) ເລີ່ມຕົ້ນທີ່ອອກແບບມາໃຫ້ເລືອກໃຊ້ຟຣີຫຼາຍກວ່າ 40 ແບບ, ທ່ານສາມາດສ້າງເວັບໄຊທີ່ມີເອກະລັກ ແລະ ເຮັດວຽກໄດ້ຢ່າງເຕັມປະສິດທິພາບຕາມຄວາມຕ້ອງການສະເພາະຂອງທ່ານ. ບໍ່ວ່າທ່ານຈະເປີດໂຕບລັອກ, ເວັບໄຊຂ່າວ, ຮ້ານຄ້າອອນລາຍ (e-commerce), ສະແດງຜົນງານ (portfolio), ເວັບໄຊທຸລະກິດ, ລະບົບການຮຽນການສອນ (LMS) ຫຼື ເວັບໄຊສະເພາະທາງ (ເຊັ່ນ: ຮ້ານຄາເຟ, ສະປາ, ການກຸສົນ, ໂຢຄະ, ສະຖານທີ່ຈັດງານແຕ່ງ, ຄລີນິກປົວແຂ້ວ, ການຖ່າຍຮູບ, ຮ້ານອາຫານ ຫຼື ສະຖາບັນການສຶກສາ), Zakra ມີທຸກຢ່າງທີ່ທ່ານຕ້ອງການເພື່ອຄວາມສຳເລັດ. ທິມນີ້ເຮັດວຽກຮ່ວມກັບຕົວສ້າງໜ້າເວັບຍອດນິຍົມໄດ້ຢ່າງລົງຕົວ ເຊິ່ງລວມມີ Elementor, Brizy, BlockArt ແລະ Gutenberg editor, ຊ່ວຍໃຫ້ທ່ານມີອິດສະຫຼະໃນການສ້າງຮູບແບບການຈັດວາງຕາມທີ່ທ່ານຕ້ອງການ. ທີ່ສຳຄັນ, Zakra ຖືກປັບແຕ່ງມາເພື່ອຄວາມໄວ, ຮອງຮັບການສະແດງຜົນເທິງມືຖືເປັນອັນດັບທຳອິດ, ສ້າງຂຶ້ນດ້ວຍເຕັກໂນໂລຊີແບບບລັອກ (block-based) ແລະ ຖືກປັບແຕ່ງມາເພື່ອໃຫ້ຄົ້ນຫາໄດ້ງ່າຍໃນ Search Engine. ນອກຈາກນີ້ ຍັງຮອງຮັບປລັກອິນ WordPress ທີ່ຫຼາກຫຼາຍ ເພື່ອຂະຫຍາຍການເຮັດວຽກໄດ້ຕາມຕ້ອງການ. ເລີ່ມສ້າງໂຄງການຂອງທ່ານດ້ວຍ Zakra ມື້ນີ້ ແລະ ສຳຜັດກັບຄວາມແຕກຕ່າງດ້ວຍຕົວທ່ານເອງ. ເຂົ້າເບິ່ງເວັບໄຊຕົວຢ່າງທັງໝົດໄດ້ທີ່ https://zakratheme.com/demos!
ຄຸນສົມບັດ
ການດາວໂຫຼດຕໍ່ມື້
ການຕິດຕັ້ງທີ່ໃຊ້ຢູ່: 30,000+
ຄະແນນ
ຊ່ວຍເຫຼືອ
ມີບາງຢ່າງຢາກບອກບໍ? ຕ້ອງການຄວາມຊ່ວຍເຫຼືອບໍ?
ລາຍງານ
ທີມນີ້ມີບັນຫາຫຼັກບໍ່?