ແຜນການພັດທະນາ
WordPress ມີການພັດທະນາຢ່າງຕໍ່ເນື່ອງຜ່ານໂຄງການ Gutenberg, ເຊິ່ງເປັນການຈິນຕະນາການໃໝ່ໃນໄລຍະຍາວກ່ຽວກັບວິທີການສ້າງ ແລະ ຈັດການເນື້ອຫາເທິງເວັບ, ໂດຍມີເປົ້າໝາຍເພື່ອຂະຫຍາຍການເຂົ້າເຖິງການມີຕົວຕົນເທິງເວັບທີ່ເຂັ້ມແຂງສຳລັບບຸກຄົນ, ຜູ້ສ້າງສັນ ແລະ ທຸລະກິດສະໄໝໃໝ່. ໄລຍະທີ 1 ໄດ້ນຳສະເໜີ Block Editor ໃນ WordPress 5.0, ໃນຂະນະທີ່ໄລຍະທີ 2 ເນັ້ນໃສ່ການປັບແຕ່ງເວັບໄຊ (Site Editing), ເຊິ່ງສຳເລັດສົມບູນໃນ WordPress 6.3 ດ້ວຍການເປີດຕົວ Site Editor ແລະ ເຄື່ອງມືທີ່ໃຊ້ບລັອກທີ່ມີປະສິດທິພາບເຊິ່ງກວມລວມທັງໝົດເວັບໄຊ. ໃນປັດຈຸບັນ, ໄລຍະທີ 3 ພວມດຳເນີນການຢູ່, ໂດຍເນັ້ນໃສ່ການແກ້ໄຂແບບຮ່ວມມື ແລະ ຂັ້ນຕອນການເຮັດວຽກ, ເຮັດໃຫ້ການເຮັດວຽກຮ່ວມກັນແບບສົດໆ ແລະ ຂະບວນການເຜີຍແຜ່ໃນ WordPress ມີຄວາມສະດວກຂຶ້ນ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບການປັບແຕ່ງເວັບໄຊ, ສ່ວນປະກອບຕ່າງໆ ແລະ ຟີເຈີອື່ນໆ, ສາມາດເຂົ້າເບິ່ງໄດ້ທີ່ ພາບລວມໂຄງການຟີເຈີ.
ໂຄງການມີ ເປົ້າໝາຍພາບລວມສຳລັບປີ 2026 ດັ່ງນີ້:
- ການພັດທະນາຫຼັກ & WordPress 7.0 — ສົ່ງມອບ ການປ່ອຍເວີຊັນຫຼັກ 3 ຄັ້ງໃນປີ 2026 ໂດຍມີ WordPress 7.0 ທີ່ພັດທະນາ ໄລຍະທີ 3 (Phase 3) ເຊິ່ງມີຄຸນສົມບັດການເຮັດວຽກຮ່ວມກັນ, ການຈັດການສື່ໃນຝັ່ງຂອງຜູ້ໃຊ້, ການຄວບຄຸມຮູບແບບທີ່ຮອງຮັບທຸກໜ້າຈໍ ແລະ ເພີ່ມເຄື່ອງມືບລັອກເພື່ອຊຸກຍູ້ຄວາມຄິດສ້າງສັນ ແລະ ປະສິດທິພາບ.
- AI ໃນທຸກບ່ອນ, ດ້ວຍຂອບເຂດ ແລະ ເກນມາດຕະຖານທີ່ຊັດເຈນ — ຝັງ AI ເຂົ້າໃນທຸກປະສົບການຂອງ WordPress ຢ່າງມີຈຸດປະສົງ ເພື່ອເຮັດໃຫ້ການສ້າງສັນ, ຂັ້ນຕອນການເຮັດວຽກ ແລະ ການປະກອບສ່ວນງ່າຍຂຶ້ນ — ພ້ອມທັງກຳນົດແນວທາງໃນລະດັບໂຄງການເພື່ອຮັກສາຄວາມໂປ່ງໃສ, ການຄວບຄຸມຂອງຜູ້ໃຊ້ ແລະ ຄ່ານິຍົມຂອງ WordPress.
- ປັບປຸງການພົບປະ (Meetups) ໃໝ່ — ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ການພົບປະ ໃນທ້ອງຖິ່ນ ໃຫ້ເປັນສູນກາງຊຸມຊົນທີ່ມີການເຄື່ອນໄຫວ ແລະ ໄດ້ລົງມືປະຕິບັດຕົວຈິງ ເຊິ່ງຊ່ວຍໃຫ້ຜູ້ມາໃໝ່ໄດ້ຮຽນຮູ້ຮ່ວມກັນ, ສ້າງຄວາມໝັ້ນໃຈ ແລະ ປ່ຽນຜ່ານໄປສູ່ບົດບາດຜູ້ປະກອບສ່ວນທີ່ມີຄວາມໝາຍ.
- ຊຸມຊົນ, ການສຶກສາ, ແລະ ຂະບວນການຜູ້ປະກອບສ່ວນ — ຂະຫຍາຍ ໂຄງການການສຶກສາ ແລະ ເຮັດໃຫ້ເສັ້ນທາງການມີສ່ວນຮ່ວມມີຄວາມຊັດເຈນ ເພື່ອໃຫ້ຜູ້ປະກອບສ່ວນໃໝ່ສາມາດເລີ່ມຕົ້ນ, ເຊື່ອມຕໍ່ກັບທີມງານ, ແລະ ເຕີບໂຕໃນບົດບາດຕ່າງໆຂອງໂຄງການໄດ້ງ່າຍຂຶ້ນ.
ຢາກມີສ່ວນຮ່ວມບໍ່? ເຂົ້າໄປທີ່ Make WordPress ແລະ ພົບກັບກຸ່ມຄົນທີ່ຮ່ວມກັນພັດທະນາ, ອອກແບບ, ຂຽນຄູ່ມື, ແປພາສາ ແລະ ເຮັດການຕະຫຼາດໃຫ້ກັບ WordPress.
ເວີຊັນໃນອະນາຄົດ
ຕິດຕາມຄວາມຄືບໜ້າຂອງເວີຊັນຫຼັກຕໍ່ໄປໄດ້ທີ່ ລະບົບຕິດຕາມບັນຫາ. ວັນທີທີ່ລະບຸໄວ້ລຸ່ມນີ້ແມ່ນເພື່ອຈຸດປະສົງໃນການວາງແຜນເບື້ອງຕົ້ນເທົ່ານັ້ນ.
| ເວີຊັນ | ວາງແຜນໄວ້ |
|---|---|
| 7.0 | May 20, 2026 |
| 7.1 | 19 ສິງຫາ 2026 |
| 7.2 | 10 ທັນວາ 2026 |
ຄຸນສົມບັດໃໝ່ຈະຖືກຢຸດການເພີ່ມເຕີມໜຶ່ງເດືອນກ່ອນການປ່ອຍເວີຊັນໃໝ່, ໂດຍຈະຫັນໄປເນັ້ນໃສ່ຄຸນນະພາບ ແລະ ປະສິດທິພາບຂອງເວີຊັນນັ້ນຢ່າງເຕັມທີ່.
ທ່ານສາມາດເບິ່ງລາຍການເວີຊັນທີ່ຜ່ານມາໄດ້ທີ່ ໜ້າປະຫວັດຄວາມເປັນມາ.
ແຜນການດຳເນີນງານໄລຍະຍາວ
ເພື່ອເປັນການທົບທວນ, ນີ້ແມ່ນສີ່ໄລຍະທີ່ກຳນົດໄວ້ໃນໂຄງການ Gutenberg:
- ການແກ້ໄຂທີ່ງ່າຍຂຶ້ນ — ມີໃຫ້ໃຊ້ແລ້ວໃນ WordPress ພ້ອມກັບການປັບປຸງຢ່າງຕໍ່ເນື່ອງ
- ການປັບແຕ່ງ — ການແກ້ໄຂເວັບໄຊ, ຮູບແບບບລັອກ, ໄດເຣັກທໍຣີບລັອກ, ທີມແບບບລັອກ
- ການຮ່ວມມື — ວິທີການທີ່ໃຊ້ງ່າຍຂຶ້ນໃນການຮ່ວມກັນສ້າງເນື້ອຫາ
- ຫຼາຍພາສາ — ການຈັດຕັ້ງປະຕິບັດລະບົບຫຼັກສຳລັບເວັບໄຊຫຼາຍພາສາ