Travel Monster

ທີມເຊີງພານິດ
ທີມນີ້ໃຫ້ໃຊ້ຟຣີ ແຕ່ມີການສະເໜີການອັບເກຣດເຊີງພານິດ ຫຼື ການຊ່ວຍເຫຼືອເພີ່ມເຕີມແບບມີຄ່າໃຊ້ຈ່າຍ. ເບິ່ງການຊ່ວຍເຫຼືອ
Travel Monster ແມ່ນທີມ WordPress ສໍາລັບການຈອງທົວ ແລະ ການທ່ອງທ່ຽວແບບຟຣີ ສໍາລັບຕົວແທນການທ່ອງທ່ຽວ. ມັນເຮັດວຽກຮ່ວມກັບປລັກອິນ WP Travel Engine, ເຊິ່ງເປັນປລັກອິນການຈອງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມທີ່ສຸດ. ທ່ານສາມາດນຳໃຊ້ທີມ Travel Monster ເພື່ອສ້າງເວັບໄຊທ໌ ເຊັ່ນ: ຕົວແທນການທ່ອງທ່ຽວ, ຜູ້ຈັດການທົວ, ການຍ່າງປ່າ, ການຕັ້ງແຄ້ມ, ການປີນເຂົາ, ການຂີ່ກະດານໂຄ້ວ, ທ່ຽວຊົມເມືອງ, ການລ່ອງແພ, ການທ່ຽວປ່າຊາຟາຣີ, ການປີນເຂົາ, ການທ່ອງທ່ຽວ, ວັນພັກລະດູຮ້ອນ, ວັນພັກລະດູໜາວ, ທົວຊີມເຫຼົ້າແວງ, ເວັບໄຊທ໌ເຮືອສຳລານ, ວັນພັກແຄມທະເລ ແລະ ອື່ນໆ. ທ່ານສາມາດສ້າງແຜນການເດີນທາງ, ຈຸດໝາຍປາຍທາງ, ກິດຈະກຳ, ປະເພດການເດີນທາງ ແລະ ອື່ນໆ. ຜູ້ເຂົ້າຊົມເວັບໄຊທ໌ຂອງທ່ານສາມາດຄົ້ນຫາທົວ ແລະ ຈອງໄດ້ຢ່າງວ່ອງໄວ. Travel Monster ຮອງຮັບການສະແດງຜົນເທິງມືຖື, ປັບແຕ່ງໃຫ້ເໝາະສົມກັບ SEO, ຮອງຮັບການແປພາສາ ແລະ ຮອງຮັບ RTL (ການຂຽນຈາກຂວາຫາຊ້າຍ). ນອກຈາກນັ້ນ, ມັນຍັງເຂົ້າກັນໄດ້ກັບ Elementor ແລະ Gutenberg, ເຊິ່ງຊ່ວຍໃຫ້ມີຄວາມຢືດຢຸ່ນໃນການປັບແຕ່ງເວັບໄຊທ໌ຂອງທ່ານຫຼາຍຂຶ້ນ. ເບິ່ງຕົວຢ່າງໄດ້ທີ່ນີ້: https://wptravelengine.com/travel-monster-demo/. ເອກະສານແນະນຳຢູ່ທີ່ https://docs.wptravelengine.com/docs-category/travel-monster/, ແລະ ຂໍຄວາມຊ່ວຍເຫຼືອໄດ້ທີ່ https://wptravelengine.com/support/.
ຄຸນສົມບັດ
ການດາວໂຫຼດຕໍ່ມື້
ການຕິດຕັ້ງທີ່ໃຊ້ຢູ່: 4,000+
ຄະແນນ
ຊ່ວຍເຫຼືອ
ມີບາງຢ່າງຢາກບອກບໍ? ຕ້ອງການຄວາມຊ່ວຍເຫຼືອບໍ?
ລາຍງານ
ທີມນີ້ມີບັນຫາຫຼັກບໍ່?