News Magazine X

ທີມບລັອກວາລະສານ WordPress ຟຣີ ທີ່ໃຊ້ງານງ່າຍ ສຳລັບບຸກຄົນ ແລະ ຜູ້ຂຽນຫຼາຍຄົນ – ເໝາະສຳລັບຜູ້ເລີ່ມຕົ້ນ ແລະ ມືອາຊີບ. ເໝາະທີ່ສຸດສຳລັບບລັອກເກີ, ນັກຂ່າວ, ວາລະສານອອນລາຍ, ຂ່າວ, ແລະ ເວັບໄຊວາລະສານ. ທີມນີ້ມີວິດເຈັດວາງຜັງວາລະສານ, ວິດເຈັດລາຍການບົດຄວາມແບບຄລາສສິກ, ວິດເຈັດແທັບເດັ່ນ, ວິດເຈັດບົດຄວາມເດັ່ນ, ວິດເຈັດຈົດໝາຍຂ່າວ, ວິດເຈັດລາຍການໝວດໝູ່ ແລະ ວິດເຈັດອື່ນໆອີກຫຼາຍຢ່າງ. ທ່ານສາມາດວາງໂຄສະນາໄດ້ທຸກບ່ອນໃນເວັບໄຊ, ລວມທັງສ່ວນຫົວ, ສ່ວນທ້າຍ, ສ່ວນຕ່າງໆຂອງໜ້າທຳອິດ ແລະ ໜ້າອື່ນໆ. ທີມຍັງມີລະບົບສ້າງສ່ວນຫົວ ແລະ ສ່ວນທ້າຍ ພ້ອມກັບວິດເຈັດເມນູ, ໂລໂກ້, ຂ່າວແລ່ນ, ໄອຄອນໂຊຊຽວ, ຄົ້ນຫາ, ປຸ່ມປ່ຽນໂໝດມືດ, ວິດເຈັດພະຍາກອນອາກາດ (PRO), ບົດຄວາມແບບສຸ່ມ, ເມນູແຖບຂ້າງ (Offcanvas) ແລະ ວິດເຈັດອື່ນໆເພື່ອສ້າງສ່ວນຫົວ ແລະ ສ່ວນທ້າຍທີ່ສວຍງາມ. ການອອກແບບທີ່ທັນສະໄໝ ແລະ ຮອງຮັບທຸກອຸປະກອນ ຈະຊ່ວຍສະແດງເນື້ອຫາຂອງທ່ານໄດ້ຢ່າງສົມບູນແບບໃນທຸກໜ້າຈໍ, ບໍ່ວ່າຈະເປັນແທັບເລັດ, ມືຖື ແລະ ຈໍ Retina. ໂຫລດໄວ, ຮອງຮັບ SEO, ເຮັດວຽກຮ່ວມກັບປລັກອິນຍອດນິຍົມໄດ້ດີ ແລະ ຮອງຮັບການແປພາສາ, ຂຽນໂຄ້ດຕາມຫຼັກການ SEO ທີ່ດີທີ່ສຸດ. ປະຕິບັດຕາມຂໍ້ກໍານົດ GDPR ໂດຍບໍ່ເກັບກຳຂໍ້ມູນສ່ວນຕົວ. ເຮັດວຽກໄດ້ຢ່າງສົມບູນແບບກັບລະບົບສ້າງໜ້າເວັບແບບລາກວາງເຊັ່ນ Elementor, Gutenberg, Brizy, Beaver Builder, Visual Composer, SiteOrigin, Divi. ພຽງແຕ່ຂຽນເນື້ອຫາ ແລະ ສ້າງສັນສິ່ງດີໆ! ຕົວຢ່າງທີມ: https://news-magazine-x-free.wp-royal-themes.com/demo/
ຄຸນສົມບັດ
ການດາວໂຫຼດຕໍ່ມື້
ການຕິດຕັ້ງທີ່ໃຊ້ຢູ່: 8,000+
ຄະແນນ
ຊ່ວຍເຫຼືອ
ມີບາງຢ່າງຢາກບອກບໍ? ຕ້ອງການຄວາມຊ່ວຍເຫຼືອບໍ?
ລາຍງານ
ທີມນີ້ມີບັນຫາຫຼັກບໍ່?