Di eCommerce

ສຸດຍອດທີມ WordPress ສຳລັບອິຄອມເມີຊ.
Di eCommerce Theme ແມ່ນທີມທີ່ພ້ອມສຳລັບ SEO ແລະ ເປັນທີມອິຄອມເມີຊທີ່ດີທີ່ສຸດສຳລັບ WordPress.
ມັນເປັນທີມອິຄອມເມີຊທີ່ຮອງຮັບການສະແດງຜົນທຸກໜ້າຈໍ ແລະ ມີຄວາມສວຍງາມສຳລັບເວັບໄຊ WordPress ຂອງທ່ານ.
Di eCommerce ແມ່ນທີມ WordPress ທີ່ສົມບູນແບບເພື່ອສະແດງສິນຄ້າ ຫຼື ການບໍລິການອອນລາຍຂອງທ່ານໃຫ້ແກ່ກຸ່ມເປົ້າໝາຍ.
ທ່ານສາມາດຂາຍການບໍລິການ ແລະ ສິນຄ້າອອນລາຍໄດ້ຢ່າງງ່າຍດາຍໂດຍບໍ່ມີຄວາມຍຸ້ງຍາກ ດ້ວຍການສ້າງເວັບໄຊ WordPress ຂອງທ່ານເອງ.
ທີມ WordPress ນີ້ສາມາດໃຊ້ງານຮ່ວມກັບປລັກອິນອິຄອມເມີຊຍອດນິຍົມທັງໝົດ ເຊັ່ນ: WooCommerce, Quick View, Wishlist, PDF Invoices and Packing Slips, Easy Forms for Mail chimp, contact form 7 ແລະ ອື່ນໆ.
ທີມ Di eCommerce ມາພ້ອມກັບຟີເຈີກະຕ່າສິນຄ້າຂະໜາດນ້ອຍຢູ່ແຖບດ້ານຂ້າງ ເຊິ່ງຊ່ວຍເພີ່ມຍອດການສັ່ງຊື້ໄດ້.
ຖ້າທ່ານຕ້ອງການອອກແບບໜ້າເວັບທີ່ທັນສະໄໝ ແລະ ເປັນເອກະລັກໃນເວັບໄຊ WordPress ຂອງທ່ານ, ທ່ານກໍສາມາດອອກແບບໄດ້ບໍ່ຈຳກັດຢ່າງງ່າຍດາຍ.
ເພາະວ່າທີມນີ້ຮອງຮັບການໃຊ້ງານຮ່ວມກັບປລັກອິນ Elementor page builder ໄດ້ຢ່າງສົມບູນ.
ມາເບິ່ງຄຸນສົມບັດຂອງ Di eCommerce Theme: ນຳເຂົ້າຕົວຢ່າງເວັບໄຊໃນຄລິກດຽວ, ກະຕ່າສິນຄ້າຂະໜາດນ້ອຍຢູ່ແຖບດ້ານຂ້າງ, ພື້ນທີ່ວິດເຈັດຂອງ WooCommerce, ວິດເຈັດໂພສຂອງ WooCommerce, ໜ້າເວັບທີ່ມີແຖບດ້ານຂ້າງເບື້ອງຊ້າຍ, ໜ້າເວັບທີ່ມີແຖບດ້ານຂ້າງເບື້ອງຂວາ, ໜ້າເວັບແບບເຕັມຈໍ, ເທັມເພລດແບບເຕັມຈໍສຳລັບປລັກອິນສ້າງໜ້າເວັບ, ວິດເຈັດສື່ສັງຄົມອອນລາຍ, ວິດເຈັດໂພສຫຼ້າສຸດພ້ອມຮູບຕົວຢ່າງ, ຮອງຮັບການແປພາສາ, ເປັນມິດກັບ SEO ຢ່າງສົມບູນ, ມີການຈັດການຂໍ້ມູນແບບໂຄງສ້າງ, ມີໂຄງສ້າງຕາມທີ່ເຄື່ອງມືຄົ້ນຫາແນະນຳ, ຮອງຮັບປລັກອິນ SEO ທັງໝົດ ແລະ ອື່ນໆອີກຫຼາຍຢ່າງ.
ຕົວຢ່າງ (DEMO): http://demo.dithemes.com/di-ecommerce/
ລາຍລະອຽດ: https://dithemes.com/di-ecommerce-free-wordpress-theme/
ຄຸນສົມບັດ
ການດາວໂຫຼດຕໍ່ມື້
ການຕິດຕັ້ງທີ່ໃຊ້ຢູ່: 300+
ຄະແນນ
ຊ່ວຍເຫຼືອ
ມີບາງຢ່າງຢາກບອກບໍ? ຕ້ອງການຄວາມຊ່ວຍເຫຼືອບໍ?
ລາຍງານ
ທີມນີ້ມີບັນຫາຫຼັກບໍ່?