PowerPack Lite ສໍາລັບ Beaver Builder

ຄຳອະທິບາຍ

PowerPack Lite ສໍາລັບ Beaver Builder ຊ່ວຍເພີ່ມຄວາມສາມາດໃຫ້ກັບ Beaver Builder ດ້ວຍຕົວເລືອກທີ່ກຳນົດເອງ, ໂມດູນ ແລະ ແທມເປຼດທີ່ເປັນເອກະລັກ.

PowerPack Addons ສຳລັບ Beaver Builder

PowerPack Beaver Builder Addon ຖືກສ້າງຂຶ້ນໂດຍ IdeaBox Creations. ມັນຊ່ວຍເພີ່ມຂີດຄວາມສາມາດຂອງ Beaver Builder ດ້ວຍໂມດູນທີ່ກຳນົດເອງ, ມີຄວາມສ້າງສັນ ແລະ ເປັນເອກະລັກ.

ມີໂມດູນທີ່ໃຊ້ງ່າຍແບບລາກ ແລະ ວາງ ຫຼາຍກວ່າ 50 ໂມດູນ, ອົງປະກອບການອອກແບບກວ່າ 350 ແບບ, ແທມເປຼດສ່ວນ, ແທມເປຼດແຖວ ແລະ ແທມເປຼດໜ້າເວັບ ທີ່ຈະຊ່ວຍເລັ່ງຂະບວນການພັດທະນາເວັບໄຊຂອງທ່ານ. ທ່ານຈະສາມາດສ້າງເວັບໄຊທີ່ເປັນມືອາຊີບໄດ້ໂດຍບໍ່ຕ້ອງຂຽນໂຄ້ດ.

ມັນຍັງມາພ້ອມກັບໂມດູນສຳລັບສ້າງລາຍຊື່ລູກຄ້າເຊັ່ນ ປຸ່ມ Call to action, ເຄື່ອງມືສ້າງ Popup, ເຄື່ອງມືສ້າງ Banner ແລະ ອື່ນໆອີກຫຼາຍຢ່າງ. ດ້ວຍ PowerPack Addon ສຳລັບ Beaver Builder, ທ່ານສາມາດສ້າງເວັບໄຊທີ່ສວຍງາມໄດ້ພາຍໃນບໍ່ເທົ່າໃດຊົ່ວໂມງໂດຍບໍ່ຕ້ອງຂຽນໂຄ້ດ.

ໄປທີ່ເວັບໄຊ PowerPack ສຳລັບ Beaver Builder ເພື່ອເບິ່ງລາຍລະອຽດເພີ່ມເຕີມ.

ຮຽນຮູ້ຈາກເອກະສານຄູ່ມືຢ່າງລະອຽດ

ພວກເຮົາມີ ເອກະສານຄູ່ມືຢ່າງລະອຽດ ເຊິ່ງລວມມີເອກະສານທຸກຮູບແບບເພື່ອຊ່ວຍໃຫ້ຜູ້ໃຊ້ເຂົ້າໃຈ PowerPack Addons ສຳລັບ Beaver Builder ໄດ້ດີຂຶ້ນ.

ເຂົ້າຮ່ວມກຸ່ມ Facebook ຂອງພວກເຮົາ

ພວກເຮົາມີກຸ່ມ Facebook ທີ່ທ່ານສາມາດຕິດຕາມຂ່າວສານໃໝ່ໆ ແລະ ຂໍຄວາມຊ່ວຍເຫຼືອໄດ້. ພວກເຮົາໝັ້ນໃຈວ່າທ່ານຈະມັກກຸ່ມນີ້, ທ່ານສາມາດສະແດງເວັບໄຊທີ່ທ່ານສ້າງ ຫຼື ມາທັກທາຍພວກເຮົາໄດ້ທີ່! Beaver Addons Facebook Group.

ຕິດຕາມພວກເຮົາໃນ Twitter

ຢາກຮູ້ກ່ຽວກັບພວກເຮົາເພີ່ມເຕີມບໍ? ຕິດຕາມພວກເຮົາໄດ້ທີ່ Twitter ເພື່ອຮັບຂໍ້ມູນຂ່າວສານໃໝ່ໆ.

PowerPack Addons ສຳລັບ Beaver Builder Lite – ຄຸນສົມບັດ

  1. ເສັ້ນແບ່ງແຖວ (Row Separators): ໂມດູນທີ່ຊ່ວຍໃຫ້ທ່ານເພີ່ມເສັ້ນແບ່ງແຖວທີ່ສວຍງາມໃຫ້ກັບເວັບໄຊ Beaver Builder ຂອງທ່ານ ເພື່ອໃຫ້ມັນເບິ່ງໜ້າສົນໃຈຂຶ້ນ. ທ່ານສາມາດໃຊ້ຮູບແບບ Tilt, Big Triangle, Triangle Left, Triangle Right, Small Triangle ເພື່ອແບ່ງສ່ວນຕ່າງໆໃນເວັບໄຊ.
  2. ກ່ອງຂໍ້ມູນ: ໂມດູນເນື້ອຫາທີ່ດີເລີດ ເຊິ່ງສາມາດໃຊ້ສ້າງບລັອກເນື້ອຫາທີ່ສວຍງາມ ພ້ອມດ້ວຍ ໄອຄອນ, ຫົວຂໍ້, ຄຳອະທິບາຍ ແລະ ປຸ່ມ/ລິງກ໌ call-to-action.
  3. ລາຍການຂໍ້ມູນ (Info List): ໂມດູນເນື້ອຫາແບບງ່າຍໆທີ່ຊ່ວຍໃຫ້ທ່ານສະແດງເນື້ອຫາໃນຮູບແບບລາຍການ ແນວຕັ້ງ ຫຼື ແນວນອນ.
  4. ໂມດູນ Contact Form 7: ປັບແຕ່ງຮູບແບບຟອມ CF7 ຂອງທ່ານຈາກໜ້າເວັບດ້ວຍຕົວເລືອກການອອກແບບທີ່ໃຊ້ງ່າຍ ໂດຍບໍ່ຕ້ອງຂຽນໂຄ້ດ.
  5. ປຸ່ມຄູ່: ໂມດູນປຸ່ມອັດສະລິຍະທີ່ຊ່ວຍໃຫ້ທ່ານສ້າງປຸ່ມ call-to-action ແບບຄູ່ທີ່ສວຍງາມ.
  6. ຫົວຂໍ້: ໂມດູນຫົວຂໍ້ອັດສະລິຍະທີ່ຊ່ວຍໃຫ້ທ່ານ ຂຽນ ແລະ ສ້າງ ຫົວຂໍ້ທີ່ດຶງດູດຄວາມສົນໃຈໃນໜ້າເວັບ.
  7. ລາຍການແບບໄອຄອນ / ຕົວເລກ: ໂມດູນເນື້ອຫາທີ່ດີເລີດ ເຊິ່ງຊ່ວຍໃຫ້ທ່ານສ້າງລາຍການໂດຍໃຊ້ໄອຄອນຫຼາຍກວ່າ 2000 ແບບ ຫຼື ຕົວເລກ.
  8. ຫົວຂໍ້ແບບພິເສດ: ບອກລາຫົວຂໍ້ແບບເກົ່າໆທີ່ໜ້າເບື່ອ! ດ້ວຍໂມດູນ Fancy heading, ທ່ານສາມາດສ້າງຫົວຂໍ້ທີ່ທັນສະໄໝ ແລະ ໜ້າສົນໃຈໃຫ້ກັບໜ້າເວັບໄຊ.
  9. ເວລາທຳການ: ທ່ານສາມາດໃຊ້ໂມດູນນີ້ເພື່ອສະແດງເວລາເປີດ ແລະ ປິດ ພ້ອມຕົວເລືອກການປັບແຕ່ງທີ່ຫຼາກຫຼາຍ.
  10. ໂມດູນ Facebook: ໂມດູນທີ່ຊ່ວຍເພີ່ມການມີສ່ວນຮ່ວມຂອງຜູ້ໃຊ້ໃນເວັບໄຊ ແລະ ເພີ່ມຜູ້ຕິດຕາມ.
  11. ໂມດູນ Twitter: ໂມດູນສຳລັບສະແດງ Twitter feed, ປຸ່ມ Tweet ແລະ Timeline ຂອງ Twitter.
  12. ເສັ້ນແບ່ງ: ໂມດູນນີ້ຊ່ວຍໃຫ້ທ່ານເພີ່ມເສັ້ນ, ໄອຄອນ ຫຼື ຮູບພາບ ເພື່ອແບ່ງລະຫວ່າງໂມດູນ ຫຼື ແຖວ.

ໄປທີ່ ໜ້າຫຼັກຂອງ PowerPack Beaver Builder addon ເພື່ອເບິ່ງໂມດູນທີ່ໃຊ້ງ່າຍຂອງພວກເຮົາ.

ມາເບິ່ງວ່າຜູ້ໃຊ້ຂອງພວກເຮົາມີຄວາມຄິດເຫັນແນວໃດກ່ຽວກັບ POWERPACK ສຳລັບ BEAVER BUILDER

ນີ້ແມ່ນຄວາມຄິດເຫັນບາງສ່ວນຈາກລູກຄ້າທີ່ປະທັບໃຈ ແລະ ຜູ້ຊ່ຽວຊານ Beaver Builder

“PowerPack ແມ່ນ add-on ທີ່ດີເລີດສຳລັບ Beaver Builder. ມັນເຕັມໄປດ້ວຍຄຸນຄ່າ ແລະ ໄດ້ຮັບການສະໜັບສະໜູນຈາກທີມງານທີ່ໃສ່ໃຈໃນຜະລິດຕະພັນຂອງພວກເຂົາແທ້ໆ. ຂ້ອຍຄິດວ່າ PowerPack ຄວນເປັນສ່ວນໜຶ່ງຂອງເຄື່ອງມືສຳລັບຜູ້ໃຊ້ Beaver Builder ທຸກຄົນ.” – Dynamik Beaver

“ຂ້ອຍຢາກແນະນຳ PowerPack ສຳລັບ Beaver Builder ໃຫ້ກັບທຸກຄົນ. ມັນຖືກໃຊ້ໃນທຸກເວັບໄຊທີ່ຂ້ອຍສ້າງ, ທັງສຳລັບຕົນເອງ ແລະ ລູກຄ້າ. ມັນເປັນໜຶ່ງໃນ addon ທີ່ດີທີ່ສຸດສຳລັບ Beaver Builder. ຂ້ອຍໃຊ້ເວີຊັນທີ່ເສຍເງິນ ແລະ ມັນຄຸ້ມຄ່າຫຼາຍ, ທັງຍັງເປັນການສະໜັບສະໜູນຜູ້ພັດທະນາ. ການບໍລິການລູກຄ້າຂອງເຂົາເຈົ້າກໍດີເລີດ, ໄວ, ຊ່ວຍເຫຼືອໄດ້ດີ ແລະ ສຸພາບຫຼາຍ. ສູ້ຕໍ່ໄປເດີ້.” – itsrobsaville

“ຂ້ອຍຮູ້ສຶກວ່າ PowerPack ມີປະໂຫຍດຫຼາຍ ແລະ ລາຄາກໍຄຸ້ມຄ່າ. ແທມເປຼດ ແລະ ໂມດູນຕ່າງໆຖືກຄິດມາຢ່າງດີ. ຖ້າເຈົ້າພົບຫາຫາ, Puneet ແລະ ທີມງານຂອງລາວຈະແກ້ໄຂໃຫ້ຢ່າງໄວວາ. ແລະ ການຊ່ວຍເຫຼືອກໍດີຫຼາຍ. ທຸກຄັ້ງທີ່ຂ້ອຍມີຄຳຖາມ, ຈະໄດ້ຮັບຄຳຕອບທີ່ນຳໄປໃຊ້ໄດ້ຈິງ ແລະ ທັນເວລາສະເໝີ – ແລະ ໃນຂະນະທີ່ທຸກຄົນກໍຟ້າວຟັ່ງໃນທຸກມື້ນີ້, ຂ້ອຍຮູ້ສຶກຂອບໃຈຫຼາຍສຳລັບຄວາມຕັ້ງໃຈນັ້ນ.” – IT4Worship

PowerPack Addons ສຳລັບ Beaver Builder Pro – ຄຸນສົມບັດ

ໂມດູນທັງໝົດທີ່ກ່າວມາຂ້າງເທິງນັ້ນລວມຢູ່ໃນຊຸດໂມດູນທີ່ອອກແບບມາຢ່າງສ້າງສັນກວ່າ 50 ໂມດູນ ເຊິ່ງຈະເຮັດໃຫ້ການສ້າງເວັບໄຊຂອງທ່ານມີຄວາມສ້າງສັນ ແລະ ງ່າຍດາຍຂຶ້ນ.

  1. Image Hotspot: ດ້ວຍໂມດູນ Image Hotspot, ທ່ານສາມາດສະແດງຄຸນສົມບັດຂອງສິນຄ້າ, ສ້າງທົວສະເໝືອນຈິງ ຫຼື ສະແດງຂໍ້ມູນແບບໂຕ້ຕອບໄດ້ງ່າຍ.
  2. ຮູບພາບແບບເລື່ອນ: ໂມດູນນີ້ຊ່ວຍໃຫ້ທ່ານສະແດງຮູບພາບດ້ວຍເອັບເຟັກການປ່ຽນແປງທີ່ຫຼາກຫຼາຍ.
  3. ການປຽບທຽບຮູບພາບ: ສະແດງໃຫ້ເຫັນປະສິດທິພາບຂອງສິນຄ້າ ຫຼື ບໍລິການຂອງທ່ານ ດ້ວຍສະໄລ້ປຽບທຽບຮູບພາບ ກ່ອນ ແລະ ຫຼັງ.
  4. ເມນູຂັ້ນສູງ: ສ້າງເມນູທີ່ສວຍງາມ ແລະ ປັບແຕ່ງໄດ້ຫຼາຍຮູບແບບສຳລັບເວັບໄຊ Beaver Builder ຂອງທ່ານ.
  5. ແກເລີລີແບບແຍກໝວດໝູ່: ສ້າງແກເລີລີທີ່ສວຍງາມພ້ອມຕົວແຍກໝວດໝູ່ ແລະ ເອັບເຟັກ Overlay.
  6. ແກເລີລີຮູບພາບ: ສ້າງແກເລີລີຮູບພາບທີ່ສວຍງາມດ້ວຍໂມດູນ Photo Gallery.
  7. Image Carousel: ໂມດູນ Image Carousel ຊ່ວຍໃຫ້ທ່ານເພີ່ມເອັບເຟັກ Carousel ທີ່ສວຍງາມໃຫ້ກັບຮູບພາບ.
  8. ຕາຕະລາງເນື້ອຫາ: ໂມດູນຕາຕະລາງເນື້ອຫາທີ່ມີປະສິດທິພາບ ຊ່ວຍໃຫ້ທ່ານສ້າງຕາຕະລາງບົດຄວາມທີ່ສວຍງາມ ແລະ ຢືດຢຸ່ນ.
  9. Content Tiles: ສ້າງຮູບແບບການຈັດວາງແບບນິຕະຍະສານ ເພື່ອເຮັດໃຫ້ໜ້າເວັບຂອງທ່ານເບິ່ງດີຂຶ້ນ.
  10. ທີມງານ: ໂມດູນເນື້ອຫາທີ່ຊ່ວຍໃຫ້ທ່ານແນະນຳທີມງານຜູ້ຊ່ຽວຊານຂອງທ່ານ.
  11. ກ່ອງຂໍ້ມູນ (Info Box): ໂມດູນເນື້ອຫາທີ່ດີເລີດ ເຊິ່ງສາມາດໃຊ້ເພື່ອສ້າງບລັອກເນື້ອຫາທີ່ສວຍງາມ ພ້ອມດ້ວຍ ໄອຄອນ, ຫົວຂໍ້, ຄຳອະທິບາຍ ແລະ ປຸ່ມ/ລິງກ໌ call-to-action.
  12. ລາຍການຂໍ້ມູນ (Info List): ໂມດູນເນື້ອຫາແບບງ່າຍໆທີ່ຊ່ວຍໃຫ້ທ່ານສະແດງເນື້ອຫາໃນຮູບແບບລາຍການ ແນວຕັ້ງ ຫຼື ແນວນອນ.
  13. ໂມງນັບຖອຍຫຼັງ: ໃຊ້ໂມດູນນີ້ເພື່ອສ້າງຄວາມຮູ້ສຶກຮີບດ່ວນໃນເວັບໄຊ ຫຼື ໃຊ້ກັບໜ້າ “Coming Soon”.
  14. Timeline ຂອງບົດຄວາມ: ໂມດູນ Post Timeline ຊ່ວຍໃຫ້ທ່ານເພີ່ມ Timeline ທີ່ໂຕ້ຕອບໄດ້ໃສ່ໜ້າເວັບໄຊ.
  15. ປຸ່ມ (Button): ສ້າງປຸ່ມ call-to-action ທີ່ທັນສະໄໝດ້ວຍໂມດູນ Smart Button.
  16. ປຸ່ມຄູ່ (Dual Button): ໂມດູນປຸ່ມອັດສະລິຍະທີ່ຊ່ວຍໃຫ້ທ່ານສ້າງປຸ່ມ call-to-action ແບບຄູ່ທີ່ສວຍງາມ.
  17. ຫົວຂໍ້: ໂມດູນຫົວຂໍ້ອັດສະລິຍະທີ່ຊ່ວຍໃຫ້ທ່ານ ຂຽນ ແລະ ສ້າງ ຫົວຂໍ້ທີ່ດຶງດູດຄວາມສົນໃຈໃນໜ້າເວັບ.
  18. ຫົວຂໍ້ແບບສອງສະໄຕລ໌: ສ້າງຫົວຂໍ້ທີ່ມີຫຼາຍຮູບແບບ, ມີເສັ້ນແບ່ງ ແລະ ຄຳອະທິບາຍ. ທ່ານສາມາດສ້າງຫົວຂໍ້ແບບສອງສີ ແລະ ສອງຟອນໄດ້.
  19. ຮູບພາບ: ຊ່ວຍໃຫ້ທ່ານສະແດງຮູບພາບໃນຮູບແບບການຈັດວາງທີ່ສວຍງາມ.
  20. ຄວາມຄິດເຫັນຈາກຜູ້ໃຊ້: ສ້າງສະໄລ້ ຫຼື Carousel ຄວາມຄິດເຫັນຈາກຜູ້ໃຊ້ໄດ້ງ່າຍໆ. ທ່ານສາມາດເລືອກຈາກ 5 ຮູບແບບທີ່ມີໃຫ້ ແລະ ປັບແຕ່ງໄດ້ຕາມຕ້ອງການ.
  21. Tabs ຂັ້ນສູງ: ໂມດູນເນື້ອຫາທີ່ຊ່ວຍໃຫ້ທ່ານສ້າງແທັບເນື້ອຫາທີ່ສວຍງາມສຳລັບເວັບໄຊ Beaver Builder ຂອງທ່ານ.
  22. Accordion ຂັ້ນສູງ: ໂມດູນເນື້ອຫາຂັ້ນສູງທີ່ຊ່ວຍໃຫ້ທ່ານສ້າງ Accordion ພ້ອມຕົວເລືອກການປັບແຕ່ງ.
  23. Image Panels: ສ້າງການສະແດງຮູບພາບແບບ Accordion ທີ່ໜ້າສົນໃຈພ້ອມຕົວເລືອກການປັບແຕ່ງ.
  24. ເມນູອາຫານ: ສ້າງເມນູທີ່ສວຍງາມສຳລັບຮ້ານອາຫານ, ຄາເຟ່, ບາ ຫຼື ລາຍການບໍລິການທາງທຸລະກິດຕ່າງໆ.
  25. Timeline: ສ້າງເສັ້ນລໍາດັບເຫດການ (Timeline) ທີ່ສວຍງາມໃຫ້ກັບໜ້າເວັບໄຊຂອງທ່ານ.
  26. ຕາຕະລາງລາຄາ: ໂມດູນເນື້ອຫາທີ່ມີປະໂຫຍດ ເຊິ່ງຊ່ວຍໃຫ້ທ່ານສະແດງລາຍການແພັກເກັດຂອງທ່ານດ້ວຍຮູບແບບຕ່າງໆ.
  27. ເວລາທຳການ: ທ່ານສາມາດໃຊ້ໂມດູນນີ້ເພື່ອສະແດງເວລາເປີດ ແລະ ປິດ ພ້ອມຕົວເລືອກການປັບແຕ່ງທີ່ຫຼາກຫຼາຍ.
  28. ຕາຕະລາງ (Table): ສ້າງຕາຕະລາງດ້ວຍຂໍ້ມູນທີ່ກຳນົດເອງ ພ້ອມຕົວເລືອກການຈັດຮູບແບບ ແລະ ການຈັດລຽງທີ່ຫຼາກຫຼາຍ.
  29. ລາຍການແບບໄອຄອນ / ຕົວເລກ: ໂມດູນເນື້ອຫາທີ່ດີເລີດ ເຊິ່ງຊ່ວຍໃຫ້ທ່ານສ້າງລາຍການໂດຍໃຊ້ໄອຄອນຫຼາຍກວ່າ 2000 ແບບ ຫຼື ຕົວເລກ.
  30. ຫົວຂໍ້ແບບແອນິເມຊັນ: ໂມດູນທີ່ຊ່ວຍໃຫ້ທ່ານເພີ່ມຫົວຂໍ້ທີ່ມີເອັບເຟັກເຄື່ອນໄຫວທີ່ໜ້າສົນໃຈ.
  31. ການນໍາທາງແບບໜ້າດຽວ: ສ້າງເວັບໄຊແບບໜ້າດຽວທີ່ສວຍງາມໂດຍໃຊ້ໂມດູນນີ້.
  32. 3D Slider: ສ້າງສະໄລ້ແບບ 3 ມິຕິທີ່ສວຍງາມສຳລັບ Portfolio ຫຼື ແກເລີລີຂອງທ່ານ.
  33. ກ່ອງໄຮໄລ້ (Highlight Box): ໂມດູນທີ່ຊ່ວຍໃຫ້ທ່ານເນັ້ນເນື້ອຫາໃນກ່ອງດ້ວຍເອັບເຟັກທີ່ໜ້າສົນໃຈ.
  34. Smart Banner: ສ້າງປ້າຍໂຄສະນາ ຫຼື ບລັອກຂໍ້ມູນທີ່ສວຍງາມພ້ອມປຸ່ມ Call to action.
  35. Logo Carousel: ສ້າງຕາຕະລາງ ຫຼື Carousel ເພື່ອສະແດງໂລໂກ້ຂອງລູກຄ້າ ຫຼື ພັນທະມິດຂອງທ່ານ
  36. ກາດສະແດງຜົນເມື່ອວາງເມົາສ໌ (Hover Cards): ໂມດູນທີ່ຊ່ວຍໃຫ້ທ່ານສະແດງເນື້ອຫາດ້ວຍຮູບແບບ ແລະ ເອັບເຟັກເມື່ອວາງເມົາສ໌.
  37. ກ່ອງພິກ (Flip Box): ເພີ່ມເນື້ອຫາທັງສອງດ້ານໃສ່ກ່ອງຂໍ້ມູນພ້ອມແອນິເມຊັນການພິກ.
  38. ຫົວຂໍ້ແບບພິເສດ (Fancy Heading): ໂມດູນທີ່ຊ່ວຍໃຫ້ທ່ານສ້າງຫົວຂໍ້ທີ່ສວຍງາມດ້ວຍຮູບແບບທີ່ຕັ້ງໄວ້ໃຫ້ແລ້ວ.
  39. ເສັ້ນແບ່ງ (Divider): ໂມດູນນີ້ຊ່ວຍໃຫ້ທ່ານສ້າງເສັ້ນແບ່ງເນື້ອຫາທີ່ສວຍງາມ.
  40. Instagram Feed: ໂມດູນທີ່ຊ່ວຍໃຫ້ທ່ານສະແດງຮູບພາບຈາກບັນຊີ Instagram.
  41. ໂມດູນ Facebook: ໂມດູນທີ່ຊ່ວຍເພີ່ມການມີສ່ວນຮ່ວມຂອງຜູ້ໃຊ້ໃນເວັບໄຊຂອງທ່ານ ແລະ ເພີ່ມຜູ້ຕິດຕາມ.
  42. ໂມດູນ Twitter: ໂມດູນສຳລັບສະແດງ Twitter feed, ປຸ່ມ Tweet ແລະ Timeline ຂອງ Twitter.
  43. ກ່ອງ Modal Popup: ສ້າງກ່ອງ Popup ທີ່ກຳນົດເອງໄດ້ທັງເນື້ອຫາ, ຮູບພາບ, ວິດີໂອ, ຟອມ ຫຼື ແທມເປຼດ ພ້ອມຕົວເລືອກການສະແດງຜົນທີ່ຫຼາກຫຼາຍ ເຊັ່ນ: ໂຫຼດອັດຕະໂນມັດ, ເມື່ອຄລິກ ຫຼື ເມື່ອກຳລັງຈະອອກຈາກໜ້າເວັບ.
  44. ກ່ອງແຈ້ງເຕືອນ (Alert Box): ທ່ານສາມາດເພີ່ມການແຈ້ງເຕືອນແບບງ່າຍໆເພື່ອດຶງດູດຄວາມສົນໃຈຂອງຜູ້ໃຊ້.
  45. ແຖບປະກາດ: ໂມດູນທີ່ມີປະໂຫຍດໃນການສະແດງການປະກາດໃໝ່ໆ, ຂໍ້ສະເໜີ, ສ່ວນຫຼຸດ ຫຼື ຂໍ້ມູນຕ່າງໆ
  46. ຟອມສະໝັກຮັບຂໍ້ມູນ: ເພີ່ມຟອມສະໝັກຮັບຂໍ້ມູນທີ່ໜ້າສົນໃຈ ເຊິ່ງເຮັດວຽກຮ່ວມກັບບໍລິການອີເມວທີ່ນິຍົມທັງໝົດ.
  47. ຟອມ : ໂມດູນປັບແຕ່ງຟອມຂອງ PowerPack ສຳລັບ Beaver Builder ຊ່ວຍໃຫ້ທ່ານຄວບຄຸມການອອກແບບຟອມໄດ້ຢ່າງສົມບູນ.
    ຮອງຮັບ Gravity Forms, Ninja Forms, Formidable Forms, WPForms & Caldera Forms.
  48. ຟອມຄົ້ນຫາ: ສ້າງຟອມຄົ້ນຫາທີ່ສວຍງາມດ້ວຍ Beaver Builder.
  49. ຟອມເຂົ້າສູ່ລະບົບ: ສ້າງໜ້າເຂົ້າສູ່ລະບົບທີ່ສວຍງາມໂດຍໃຊ້ Beaver Builder
  50. ອຸປະກອນ (Devices): ເພີ່ມກອບອຸປະກອນໃສ່ໜ້າເວັບຂອງທ່ານເພື່ອສະແດງຜົນງານການອອກແບບເວັບ ຫຼື Portfolio ໃຫ້ລູກຄ້າເບິ່ງຢ່າງສວຍງາມ.
  51. FAQ ພ້ອມ Schema Markup: ສ້າງ, ຈັດລະບຽບ ແລະ ສະແດງຄຳຖາມທີ່ພົບເລື້ອຍດ້ວຍ Schema Markup
  52. How-to ພ້ອມ Schema Markup: ສ້າງ ແລະ ສະແດງຄູ່ມືວິທີການໃຊ້ງານ, ບົດຮຽນ ແລະ ຂັ້ນຕອນຕ່າງໆ.
  53. Category Grid: ສະແດງໝວດໝູ່ ຫຼື Taxonomy ທີ່ກຳນົດເອງໃນຮູບແບບຕາຕະລາງ ຫຼື Carousel ພ້ອມຮູບພາບປະກອບ.
  54. ຜັງເວັບໄຊ (Sitemap): ຊ່ວຍໃຫ້ທ່ານສ້າງໜ້າຜັງເວັບໄຊເພື່ອໃຫ້ຜູ້ເຂົ້າຊົມເຫັນພາບລວມທັງໝົດຂອງເວັບໄຊ.
  55. Breadcrumbs: ຊ່ວຍໃຫ້ທ່ານສ້າງການສະແດງລໍາດັບຂັ້ນຂອງລິງກ໌ນໍາທາງ.
  56. ເພີ່ມເຕີມ

ຄວາມຄິດເຫັນບາງສ່ວນຈາກລູກຄ້າຂອງພວກເຮົາ

ມັກຄຸນສົມບັດທີ່ເພີ່ມເຂົ້າມາໃນ PowerPack ຫຼາຍ, ແລະ ປະທັບໃຈກັບການຊ່ວຍເຫຼືອຫຼາຍ! ຂອບໃຈ! – Erin Flynn

ເຂົາເຈົ້າຊ່ວຍເຫຼືອໄດ້ໄວສະເໝີ ເຖິງວ່າບັນຫາຈະມາຈາກປລັກອິນອື່ນກໍຕາມ – feedsy

ມັນຊ່ວຍເພີ່ມສິ່ງດີໆໃຫ້ກັບ Beaver Builder ແທ້ໆ, ມີທັງສິ່ງທີ່ເປັນເອກະລັກເຊັ່ນ Modals ແລະ ໂມດູນທີ່ສ້າງສັນຫຼາຍຢ່າງ, ບາງຄັ້ງຂ້ອຍກໍໃຊ້ບາງສ່ວນ, ແຕ່ແທມເປຼດແມ່ນດີຫຼາຍ. ສິ່ງທີ່ດີທີ່ສຸດແມ່ນການຊ່ວຍເຫຼືອ, ຂ້ອຍເຄີຍຂໍຄວາມຊ່ວຍເຫຼືອດ້ານການພັດທະນາສອງສາມຄັ້ງ ແລະ ເຂົາເຈົ້າກໍຊ່ວຍໄດ້ໄວຫຼາຍ – afvni24

ຄັງແທມເປຼດພ້ອມແທມເປຼດໜ້າເວັບ ແລະ ແບບສ່ວນ (Section)

ຄັງແທມເປຼດແມ່ນຄຸນສົມບັດທີ່ໜ້າຕື່ນເຕັ້ນຂອງ PowerPack Addon. ທ່ານສາມາດເລືອກຈາກຄັງແທມເປຼດໜ້າເວັບທີ່ຖືກອອກແບບມາຢ່າງມືອາຊີບຫຼາຍກວ່າ 350 ແບບ.

ແທມເປຼດແບບເຕັມໜ້າ ແລະ ແບບສ່ວນ (Section) ເຫຼົ່ານີ້ແມ່ນວິທີທີ່ດີໃນການສ້າງເວັບໄຊ ແລະ ໜ້າ Landing Page. ຜູ້ໃຊ້ PowerPack ມັກແທມເປຼດເຫຼົ່ານີ້ຫຼາຍ.
ເບິ່ງເພີ່ມເຕີມໄດ້ທີ່ Beaver Builder Templates.

ຄຸນສົມບັດເດັ່ນຂອງ PowerPack Beaver Builder Addon

  • ໂໝດປັບປຸງລະບົບ & ໜ້າເວັບໄວໆນີ້
    ໂໝດປັບປຸງລະບົບ (Maintenance mode) ແລະ ໜ້າເວັບໄວໆນີ້ (Coming soon) ແມ່ນຄຸນສົມບັດທີ່ທັນສະໄໝຂອງ PowerPack Addon. ຄຸນສົມບັດນີ້ຊ່ວຍໃຫ້ທ່ານສ້າງໜ້າເວັບທີ່ໜ້າສົນໃຈໄດ້. ເຊິ່ງແຕກຕ່າງຈາກປລັກອິນປັບປຸງລະບົບອື່ນໆ, ເພາະ PowerPack ໃຫ້ຄຸນສົມບັດ ແລະ ຄວາມຢືດຢຸ່ນໃນການອອກແບບຂອງ Beaver Builder ເພື່ອສ້າງໜ້າເວັບຕາມທີ່ຕ້ອງການ.

  • ເຄື່ອງມືສ້າງ Header Footer
    Header Footer Builder ແມ່ນອີກໜຶ່ງຄຸນສົມບັດທີ່ໜ້າຕື່ນເຕັ້ນຂອງ PowerPack. ທ່ານສາມາດໃຊ້ຄຸນສົມບັດນີ້ເພື່ອສ້າງ Header & Footer ທີ່ກຳນົດເອງໃຫ້ກັບເວັບໄຊຂອງທ່ານ. ນີ້ແມ່ນຕົວເລືອກທີ່ດີທີ່ສຸດສຳລັບຜູ້ທີ່ຕ້ອງການຮູບແບບ Header & Footer ດຽວກັນໃນທົ່ວເວັບໄຊ.

  • ການສ້າງແບຣນແບບ White Label
    ການສ້າງແບຣນໃຫ້ຕົນເອງແມ່ນມີຄວາມສຳຄັນຫຼາຍເມື່ອທ່ານເຮັດວຽກໃຫ້ກັບລູກຄ້າ. ດັ່ງນັ້ນ, ຄຸນສົມບັດ White Label ຈຶ່ງຊ່ວຍໃຫ້ທ່ານສາມາດເຊື່ອງຕົວຕົນທີ່ແທ້ຈິງຂອງປລັກອິນ ແລະ ປ່ຽນເປັນຊື່ຂອງທ່ານ ຫຼື ລູກຄ້າຂອງທ່ານເອງ. ທ່ານສາມາດເຊື່ອງຂໍ້ມູນທັງໝົດຂອງປລັກອິນຈາກເວັບໄຊ ແລະ ປ່ຽນໃຫ້ເປັນແບຣນຂອງທ່ານ ເພື່ອສ້າງເວັບໄຊທີ່ເບິ່ງເປັນມືອາຊີບ.

  • ການຊ່ວຍເຫຼືອແບບມືອາຊີບ
    PowerPack ສຳລັບ Beaver Builder ມາພ້ອມກັບການຊ່ວຍເຫຼືອລູກຄ້າແບບມືອາຊີບ. ທີມງານຜູ້ຊ່ຽວຊານຂອງພວກເຮົາພ້ອມໃຫ້ບໍລິການ ແລະ ພະຍາຍາມແກ້ໄຂທຸກຂໍ້ສົງໄສຂອງທ່ານໃຫ້ໄວທີ່ສຸດ.

  • 50+ ໂມດູນ

  • 350+ ແທມເປຼດ
  • ເອັບເຟັກພື້ນຫຼັງຂອງແຖວ
  • ໂຫຼດໄວ
  • Markup ທີ່ຖືກຕ້ອງຕາມມາດຕະຖານ
  • ເປັນມິດກັບ SEO
  • ຮອງຮັບການສະແດງຜົນໃນມືຖືຢ່າງສົມບູນ
  • ພ້ອມສຳລັບການແປພາສາ

ປລັກອິນ Beaver Builder ອື່ນໆ

  • ໂມດູນ WooCommerce ສຳລັບ Beaver Builder: ສ້າງເວັບໄຊ WooCommerce ທີ່ສວຍງາມດ້ວຍ WooPack.

  • ເຄື່ອງມືສ້າງ Child Theme: ເປັນເຄື່ອງມືຂັ້ນສູງທີ່ຊ່ວຍໃຫ້ທ່ານສ້າງ Child Theme ໄດ້ຫຼາຍເທົ່າທີ່ຕ້ອງການ.

  • Dashboard Welcome ສຳລັບ Beaver Builder: ຄຸນສົມບັດນີ້ຊ່ວຍໃຫ້ທ່ານປັບແຕ່ງໜ້າຈໍຕ້ອນຮັບຂອງ WordPress ໄດ້, ເຊິ່ງໝາຍຄວາມວ່າທ່ານສາມາດສ້າງແບຣນໃນໜ້າ Dashboard ສຳລັບທ່ານ ແລະ ລູກຄ້າຂອງທ່ານ.

ພາບໜ້າຈໍ

  • Smart Headings, Dual Button, Contact Form 7 – ການປັບແຕ່ງຮູບແບບ.
  • ເສັ້ນແບ່ງແຖວ.
  • Content Grid – ຕົວຢ່າງໂມດູນ Premium
  • ທີມງານ – ຕົວຢ່າງໂມດູນ Premium
  • Logo Grid – ຕົວຢ່າງໂມດູນ Premium
  • ແທມເປຼດ – ແທມເປຼດໜ້າເວັບແບບ Premium
  • ການຕັ້ງຄ່າເສັ້ນແບ່ງແຖວ
  • ການຕັ້ງຄ່າໂມດູນ Contact Form 7
  • ກ່ອງຂໍ້ມູນ
  • ລາຍການຂໍ້ມູນ

ການຕິດຕັ້ງ

  1. ຕິດຕັ້ງ PowerPack Lite ຜ່ານລະບົບປລັກອິນຂອງ WordPress ຫຼື ອັບໂຫຼດໄຟລ໌ໄປທີ່ເຊີເວີຂອງທ່ານໃນໂຟນເດີ wp-content/plugins.

  2. ເປີດໃຊ້ PowerPack Lite

ຄຳຖາມທີ່ພົບເລື້ອຍ

ຄວາມຕ້ອງການໃນການໃຊ້ PowerPack ສຳລັບ Beaver Builder ມີຫຍັງແດ່?

ທ່ານຕ້ອງເປີດໃຊ້ Beaver Builder Lite ຫຼື Premium (ເວີຊັນ 1.8 ຂຶ້ນໄປ) ເພື່ອໃຫ້ PowerPack ເຮັດວຽກໄດ້.

PowerPack ສຳລັບ Beaver Builder ຈະເຮັດໃຫ້ເວັບໄຊຂອງຂ້ອຍຊ້າລົງບໍ?

ແນ່ນອນວ່າບໍ່! ມັນຈະສົ່ງໂຄ້ດສະເພາະໃນໜ້າທີ່ທ່ານໃຊ້ງານເທົ່ານັ້ນ.

ຂ້ອຍຈຳເປັນຕ້ອງມີປະສົບການການຂຽນໂຄ້ດເພື່ອໃຊ້ PowerPack ສຳລັບ Beaver Builder ບໍ?

ບໍ່ເລີຍ! ໂມດູນ ແລະ ການຕັ້ງຄ່າທັງໝົດແມ່ນໃຊ້ງ່າຍດ້ວຍລະບົບລາກ ແລະ ວາງ (drag & drop).

ຂ້ອຍຈະລາຍງານຂໍ້ຜິດພາດດ້ານຄວາມປອດໄພໄດ້ແນວໃດ?

ທ່ານສາມາດລາຍງານຂໍ້ຜິດພາດດ້ານຄວາມປອດໄພຜ່ານໂຄງການ Patchstack Vulnerability Disclosure. ທີມງານ Patchstack ຈະຊ່ວຍກວດສອບ, ຈັດລໍາດັບຄວາມສໍາຄັນ ແລະ ແກ້ໄຂບັນຫາຊ່ອງວ່າງດ້ານຄວາມປອດໄພຕ່າງໆ. ລາຍງານຊ່ອງວ່າງດ້ານຄວາມປອດໄພ.

ການຣີວິວ

21 ພະຈິກ 2024
bring a premium user of this great plugin for many years and only reached out for help with something this week. super quick response and they went above and beyond to help and solve the issue. which i would have deemed outside of the premium support. highlighy recommend
16 ກຸມພາ 2023
Super easy to use and adds some cool extra features.
ອ່ານການຣີວິວທັງໝົດ 243 ລາຍການ

ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ

“PowerPack Lite ສໍາລັບ Beaver Builder” ແມ່ນຊອຟແວໂອເພັນຊອດ (Open Source). ບຸກຄົນຕໍ່ໄປນີ້ໄດ້ມີສ່ວນຮ່ວມໃນການພັດທະນາປລັກອິນນີ້.

ຜູ້ຮ່ວມພັດທະນາ

“PowerPack Lite ສໍາລັບ Beaver Builder” ໄດ້ຖືກແປເປັນ 2 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.

ແປ “PowerPack Lite ສໍາລັບ Beaver Builder” ເປັນພາສາຂອງເຈົ້າ.

ສົນໃຈຮ່ວມພັດທະນາບໍ່?

ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.

ບັນທຶກການປ່ຽນແປງ

1.3.1 – December 7, 2024

  • ການປັບປຸງ: Info Box – ເພີ່ມຫົວໜ່ວຍວັດແທກເພີ່ມເຕີມສຳລັບຄວາມກວ້າງຂອງປຸ່ມ
  • ການປັບປຸງ: Info Box – ເພີ່ມຄຸນສົມບັດຄວາມກວ້າງ ແລະ ຄວາມສູງໃຫ້ກັບແທັກຮູບພາບ
  • ການປັບປຸງ: Info List – ເພີ່ມຄຸນສົມບັດຄວາມກວ້າງ ແລະ ຄວາມສູງໃຫ້ກັບແທັກຮູບພາບ
  • ແກ້ໄຂ: Info Box – ຂະໜາດໄອຄອນປຸ່ມບໍ່ເຮັດວຽກສຳລັບ dashicons
  • ແກ້ໄຂ: Smart Heading – ລິງກ໌ nofollow ບໍ່ເຮັດວຽກ
  • ແກ້ໄຂ: Dual Buttons – ບັນຫາໄລຍະຫ່າງແນວຕັ້ງເມື່ອປຸ່ມວາງຊ້ອນກັນ
  • ແກ້ໄຂ: Dual Buttons – ບັນຫາການຈັດວາງໃນບາງກໍລະນີ
  • ຄວາມປອດໄພ: ແກ້ໄຂບັນຫາ XSS ທີ່ອາດເກີດຂຶ້ນໃນການຕັ້ງຄ່າຜູ້ດູແລລະບົບຂອງ PowerPack

1.3.0.5 – June 24, 2024

  • ຄວາມປອດໄພ: ເພີ່ມການກວດສອບ ແລະ ການປ້ອງກັນຂໍ້ມູນເພື່ອປ້ອງກັນ XSS ທີ່ອາດເກີດຂຶ້ນ

1.3.0.4 – June 20, 2024

  • ແກ້ໄຂບັນຫາດ້ານຄວາມປອດໄພ

1.3.0.3 – June 18, 2024

  • ແກ້ໄຂ: ແກ້ໄຂການຮອງຮັບການເຮັດວຽກຮ່ວມກັບ Beaver Builder 2.8.x

1.3.0.2 – March 21, 2024

  • ແກ້ໄຂ: ໂມດູນເຮັດວຽກບໍ່ຖືກຕ້ອງຫຼັງຈາກການອັບເດດຫຼ້າສຸດ

1.3.0.1 – March 15, 2024

  • ແກ້ໄຂບັນຫາດ້ານຄວາມປອດໄພ

1.3.0 – October 26, 2023

  • ແກ້ໄຂ ແລະ ປັບປຸງຫຼາຍລາຍການ

1.2.9.3 – January 11, 2022

  • ແກ້ໄຂ: ບັນຫາການກວດສອບໃນແທັບການຕັ້ງຄ່າຜູ້ດູແລລະບົບ

1.2.9.2 – May 4, 2021

  • ແກ້ໄຂ: ເວລາທຳການ – ບັນຫາຂໍ້ມູນໂຄງສ້າງເນື່ອງຈາກຂາດ markup “image”
  • ແກ້ໄຂ: ຟັງຊັນ jQuery ທີ່ຍົກເລີກການໃຊ້ແລ້ວ

1.2.9.1 – November 16, 2020

  • ການປັບປຸງ: Heading – ເພີ່ມຊ່ອງໃສ່ຫົວໜ່ວຍສຳລັບຄວາມກວ້າງຂອງເສັ້ນແບ່ງ
  • ແກ້ໄຂ: Breadcrumbs – ເພີ່ມຊ່ອງ alpha ແລະ ຕົວເລືອກການຄືນຄ່າໃນການຄວບຄຸມສີ
  • ແກ້ໄຂ: Breadcrumbs – ບັນຫາ CSS ເລັກໜ້ອຍ
  • ແກ້ໄຂ: Info Box – ບັນຫາ CSS ເລັກໜ້ອຍ
  • ແກ້ໄຂ: Info List – ບັນຫາ z-index
  • ແກ້ໄຂ: Contact Form 7 – ຮູບແບບຕົວອັກສອນບໍ່ເຮັດວຽກສຳລັບແທັກ “label”

1.2.9 – May 11, 2020

  • ໃໝ່: ເພີ່ມໂມດູນ Breadcrumbs

1.2.8.3 – April 13, 2020

  • ການປັບປຸງ: Info List – ເພີ່ມຕົວເລືອກການຕອບສະໜອງສຳລັບຕຳແໜ່ງໄອຄອນ
  • ການປັບປຸງ: Smart Headings – ເພີ່ມຕຳແໜ່ງເສັ້ນແບ່ງໃໝ່
  • ແກ້ໄຂ: Fancy Heading – ການຈັດວາງຂໍ້ຄວາມບໍ່ເຮັດວຽກສຳລັບແທັບເລັດ ແລະ ມືຖື
  • ແກ້ໄຂ: Fancy Heading – ຟອນຕົວຂຽນແບບໂຄ້ງຖືກຕັດອອກ
  • ແກ້ໄຂ: Info List – ບັນຫາການຈັດວາງໄອຄອນ
  • ແກ້ໄຂ: Info List – ບັນຫາ CSS ແລະ JS ເລັກໜ້ອຍ
  • ແກ້ໄຂ: Icon List – ຄຳເຕືອນ PHP

1.2.8.2 – January 20, 2020

  • ແກ້ໄຂ: ເພີ່ມ Twitter widgets JS ທີ່ຫາຍໄປ

1.2.8.1 – December 6, 2019

  • ແກ້ໄຂ: Dual Button – ໄອຄອນຟອນບໍ່ໂຫຼດ

1.2.8 – October 10, 2019

  • ການປັບປຸງ: Dual Button – ເພີ່ມຕົວເລືອກໃນການຕັ້ງຄ່າ attribute HTML ຂອງຫົວຂໍ້
  • ການປັບປຸງ: Info Box – ເພີ່ມຕົວເລືອກແທັກ HTML ສຳລັບຄຳນຳໜ້າຫົວຂໍ້
  • ການປັບປຸງ: Info Box – ເພີ່ມຕົວເລືອກໄອຄອນສຳລັບປຸ່ມ
  • ການປັບປຸງ: Facebook Page – ເພີ່ມຕົວເລືອກ “None” ໃນຮູບແບບການຈັດວາງເພື່ອບໍ່ໃຫ້ສະແດງໂພສ
  • ການປັບປຸງ: ເພີ່ມການເຊື່ອມຕໍ່ຊ່ອງໃສ່ສີໃນທຸກໂມດູນ
  • ແກ້ໄຂ: Smart Headings – ຄ່າ Padding ບໍ່ຖືກອັບເດດເມື່ອບັນທຶກ
  • ແກ້ໄຂ: Smart Headings – ການຈັດວາງແບບຕອບສະໜອງ (Responsive)
  • ແກ້ໄຂ: Info List – ບັນຫາຂະໜາດຮູບພາບ
  • ແກ້ໄຂ: Contact Form 7 – ລົບຄ່າເລີ່ມຕົ້ນອອກຈາກຊ່ອງໃສ່ສີ

1.2.7.1 – May 11, 2019

  • ແກ້ໄຂ: ບັນຫາ text-domain ບໍ່ຖືກຕ້ອງ

1.2.7 – May 7, 2019

  • ການປັບປຸງ: Info Box – ເພີ່ມຮູບແບບໃໝ່ “Icon below Title”
  • ແກ້ໄຂ: ຂໍ້ຜິດພາດຮ້າຍແຮງຂອງ PHP (fatal error)
  • ແກ້ໄຂ: Fancy Heading – Text clip ບໍ່ເຮັດວຽກໃນບຣາວເຊີ Firefox
  • ແກ້ໄຂ: Dual Button – ບັນຫາພື້ນຫຼັງໂປ່ງໃສເມື່ອວາງເມົາສ໌ເທິງປຸ່ມ
  • ແກ້ໄຂ: Info Box – ບັນຫາການຈັດວາງ
  • ແກ້ໄຂ: ເວລາທຳການ – ອັບເດດ schema

1.2.6 – April 1, 2019

  • ໃໝ່: ເພີ່ມໂມດູນ Twitter Buttons
  • ໃໝ່: ເພີ່ມໂມດູນ Twitter Grid
  • ໃໝ່: ເພີ່ມໂມດູນ Twitter Timeline
  • ໃໝ່: ເພີ່ມໂມດູນ Twitter Tweet

1.2.5 – March 20, 2019

  • ໃໝ່: ເພີ່ມໂມດູນ Facebook Button
  • ໃໝ່: ເພີ່ມໂມດູນ Facebook Comments
  • ໃໝ່: ເພີ່ມໂມດູນ Facebook Embed
  • ໃໝ່: ເພີ່ມໂມດູນ Facebook Page
  • ການປັບປຸງ: ອັບເດດຊ່ອງຂໍ້ມູນຂອງທຸກໂມດູນໃຫ້ກົງກັບ UI ຂອງ BB 2.2
  • ການປັບປຸງ: ລວມຕົວເລືອກຂອງ PowerPack ໃນການຕັ້ງຄ່າແຖວໄວ້ໃນແທັບດຽວ

1.2.4 – February 26, 2019

  • ອັບເດດ Freemius SDK

1.2.3.1 – February 5, 2019

  • ແກ້ໄຂ: ລາຍການແບບໄອຄອນ / ຕົວເລກ: ໄອຄອນບໍ່ສະແດງໃນ IE

1.2.3 – October 25, 2018

  • ການປັບປຸງ: Smart Headings – ເພີ່ມຕົວເລືອກເງົາຂອງຂໍ້ຄວາມ (Text Shadow)
  • ການປັບປຸງ: Smart Headings – ເພີ່ມຕົວເລືອກ Gradient
  • ການປັບປຸງ: Smart Headings – ເພີ່ມຕົວເລືອກ Text Transform
  • ການປັບປຸງ: Info Box – ເພີ່ມຕົວເລືອກການຈັດວາງໄອຄອນແນວຕັ້ງ
  • ການປັບປຸງ: Info Box – ເພີ່ມຕົວເລືອກລິງກ໌ nofollow
  • ການປັບປຸງ: Info Box – ເພີ່ມຕົວເລືອກການຈັດວາງແບບຕອບສະໜອງ
  • ການປັບປຸງ: Contact Form 7 – ເພີ່ມການຮອງຮັບ WPML ສຳລັບຊ່ອງໃສ່ຫົວຂໍ້ ແລະ ຄຳອະທິບາຍ
  • ແກ້ໄຂ: ເວລາທຳການ – ຂະໜາດຟອນແບບຕອບສະໜອງ
  • ແກ້ໄຂ: Dual Button – ຂະໜາດຟອນ ແລະ ຄວາມສູງຂອງແຖວແບບຕອບສະໜອງ
  • ແກ້ໄຂ: Info Box – ການສະແດງຜົນຕົວຢ່າງ ແລະ ບັນຫາ CSS ເລັກໜ້ອຍ
  • ແກ້ໄຂ: Info List – ການສະແດງຜົນຕົວຢ່າງ ແລະ ບັນຫາ CSS ເລັກໜ້ອຍ

1.2.2 – December 20, 2017

  • ໃໝ່: ເພີ່ມການຮອງຮັບ WPML
  • ການປັບປຸງ: ເພີ່ມຕົວເລືອກການເລືອກຊ່ວງມື້ໃນໂມດູນເວລາທຳການ
  • ການປັບປຸງ: ເພີ່ມຕົວເລືອກ nofollow ໃນໂມດູນ Dual Button ແລະ Smart Button
  • ການປັບປຸງ: ຮອງຮັບໄອຄອນໂມດູນໃນແຜງ UI ສຳລັບ Beaver Builder 2.0
  • ແກ້ໄຂ: Schema markup ໃນໂມດູນເວລາທຳການ

1.2.1 – November 29, 2017

  • ການປັບປຸງ: ເພີ່ມປຸ່ມເປີດ/ປິດລິງກ໌ຫົວຂໍ້ໃນໂມດູນ Smart Headings
  • ແກ້ໄຂ: ຮູບແບບຫົວຂໍ້ແບບຊ້ອນກັນບໍ່ເຮັດວຽກໃນໂມດູນ Smart Headings

1.2.0 – November 24, 2017

  • ໃໝ່: ຮອງຮັບ BB 2.0 ພ້ອມຊ່ອງຂໍ້ມູນ UI
  • ການປັບປຸງ: ເພີ່ມຕົວເລືອກ Inline/Stacked ໃນໂມດູນ Smart Heading
  • ການປັບປຸງ: ເພີ່ມຕົວເລືອກ alpha ສຳລັບສີຫົວຂໍ້ໃນໂມດູນ Smart Heading
  • ແກ້ໄຂ: ຄວາມກວ້າງຂອງຖັນໃນໂມດູນ Contact Form 7
  • ແກ້ໄຂ: ບັນຫາສີຂໍ້ຄວາມເມື່ອວາງເມົາສ໌ໃນໂມດູນ Dual Button
  • ແກ້ໄຂ: ຂະໜາດຟອນ ແລະ ຄວາມສູງຂອງແຖວຂອງຄຳອະທິບາຍຖືກຂຽນທັບໂດຍທີມໃນບາງຄັ້ງ
  • ແກ້ໄຂ: ບັນຫາຂະໜາດໄອຄອນໃນໂມດູນ Icon List
  • ແກ້ໄຂ: ບັນຫາຄວາມກວ້າງສູງສຸດຂອງຮູບພາບໃນໂມດູນ Info Box

1.1.0 – August 30, 2017

  • ໃໝ່: ປົດລັອກທຸກຄຸນສົມບັດຂອງໂມດູນ
  • ການປັບປຸງ: ເພີ່ມການຮອງຮັບ BB 2.0
  • ການປັບປຸງ: ເພີ່ມຕົວເລືອກການປັບແຕ່ງຮູບແບບ placeholder ໃນໂມດູນ Contact Form 7
  • ການປັບປຸງ: ອັບເດດແຜງການຕັ້ງຄ່າຜູ້ດູແລລະບົບ
  • ແກ້ໄຂ: ບັນຫາ CSS ເລັກໜ້ອຍໃນໂມດູນເວລາທຳການ
  • ແກ້ໄຂ: ບັນຫາ CSS ເລັກໜ້ອຍໃນໂມດູນ Dual Button
  • ແກ້ໄຂ: ບັນຫາ CSS ເລັກໜ້ອຍໃນໂມດູນ Smart Heading
  • ແກ້ໄຂ: ບັນຫາ CSS ເລັກໜ້ອຍໃນໂມດູນ Icon List

1.0.7 – May 25, 2017

  • ໃໝ່: ເພີ່ມການເຊື່ອມຕໍ່ຊ່ອງຂໍ້ມູນ (field connections)
  • ແກ້ໄຂ: ແກ້ໄຂ CSS ໃນໂມດູນເວລາທຳການ

1.0.6 – March 30, 2017

  • ໃໝ່: ເພີ່ມໂມດູນເສັ້ນແບ່ງ (Divider)

1.0.5 – February 2, 2017

  • ໃໝ່: ເພີ່ມສີໄລ່ລະດັບ (gradient) ເປັນຕົວເລືອກພື້ນຫຼັງຂອງແຖວ
  • ແກ້ໄຂ: ຄຳເຕືອນ PHP ໃນໂມດູນເວລາທຳການ

1.0.4 – December 31, 2016

  • ການປັບປຸງ: ເພີ່ມ schema markup ໃນໂມດູນເວລາທຳການ
  • ແກ້ໄຂ: ບັນຫາໄລຍະຫ່າງໃນໂມດູນເວລາທຳການ

1.0.3 – December 26, 2016

  • ເພີ່ມໂມດູນໃໝ່: ເວລາທຳການ

1.0.2 – November 25, 2016

  • ເພີ່ມໂມດູນໃໝ່: ຫົວຂໍ້ແບບພິເສດ

1.0.1 – October 4, 2016

  • ເພີ່ມໂມດູນໃໝ່: ກ່ອງຂໍ້ມູນ, ລາຍການຂໍ້ມູນ

1.0.0 – September 30, 2016

  • ການປ່ອຍເວີຊັນທຳອິດ