Title: Add your Plugin
Author: WordPress.org
Published: <strong>10 ກຸມພາ 2016</strong>
Last modified: 13 ກໍລະກົດ 2025

---

# ເພີ່ມປລັກອິນຂອງເຈົ້າ

 ກ່ອນທີ່ເຈົ້າຈະສົ່ງປລັກອິນ, ພວກເຮົາຂໍໃຫ້ເຈົ້າກວດສອບ [ແນວທາງການປະຕິບັດ](https://developer.wordpress.org/plugins/wordpress-org/detailed-plugin-guidelines/)
ແລະ ອ່ານ [ຄຳຖາມທີ່ພົບເລື້ອຍ](https://developer.wordpress.org/plugins/wordpress-org/plugin-developer-faq/).
ຄຳຖາມທົ່ວໄປທີ່ຄັດສັນມາແລ້ວມີໃຫ້ອ່ານຢູ່ທາງລຸ່ມຂອງແບບຟອມນີ້.

ກ່ອນທີ່ທ່ານຈະສາມາດອັບໂຫຼດປລັກອິນໃໝ່, [ກະລຸນາເຂົ້າສູ່ລະບົບ](https://login.wordpress.org/?redirect_to=https%3A%2F%2Flo.wordpress.org%2Fplugins%2Fdevelopers%2Fadd%2F%3Foutput_format%3Dmd&locale=lo).

 ເມື່ອສົ່ງແລ້ວ, ປລັກອິນຂອງທ່ານຈະຖືກກວດສອບດ້ວຍມືເພື່ອຊອກຫາຂໍ້ຜິດພາດທົ່ວໄປ ແລະ ເພື່ອ
ຮັບປະກັນວ່າມັນສອດຄ່ອງກັບ [ຂໍ້ກຳນົດທັງໝົດ](https://developer.wordpress.org/plugins/wordpress-org/detailed-plugin-guidelines/).

## ຄຳຖາມທີ່ຖືກຖາມເລື້ອຍໆ

### ຂະບວນການກວດສອບຈະໃຊ້ເວລາດົນປານໃດ?

 ຂໍ້ມູນນີ້ຢູ່ໃນ [ຄຳຖາມທີ່ຖືກຖາມເລື້ອຍໆສຳລັບນັກພັດທະນາ](https://developer.wordpress.org/plugins/wordpress-org/plugin-developer-faq/).
ມັນໃຊ້ເວລາປະມານ 1 ຫາ 10 ວັນ. ພວກເຮົາພະຍາຍາມກວດສອບປລັກອິນທັງໝົດພາຍໃນ 5 ວັນເຮັດວຽກ
ຫຼັງຈາກການສົ່ງ, ແຕ່ຂະບວນການອາດໃຊ້ເວລາດົນກວ່ານັ້ນ ຂຶ້ນກັບຄວາມຊັບຊ້ອນຂອງປລັກອິນຂອງ
ທ່ານ.

### ຂ້ອຍຈະເລັ່ງການກວດສອບປລັກອິນຂອງຂ້ອຍໄດ້ແນວໃດ?

 ການກວດສອບປລັກອິນຂອງເຈົ້າບໍ່ສາມາດໃຫ້ບຸລິມະສິດເໜືອກວ່າຄົນອື່ນໄດ້, ເພື່ອຊ່ວຍໃຫ້ພວກ
ເຮົາອະນຸມັດປລັກອິນຂອງເຈົ້າໄດ້ໄວຂຶ້ນ ກະລຸນາຮັບປະກັນວ່າເຈົ້າໄດ້ອ່ານ [ບົດຄວາມຄວາມປອດໄພ](https://developer.wordpress.org/apis/security/)
ໃນຄູ່ມືປລັກອິນແລ້ວ.

ສາມເຫດຜົນທີ່ພົບເລື້ອຍທີ່ສຸດທີ່ພວກເຮົາບໍ່ອະນຸມັດປລັກອິນແມ່ນ:

 * ປລັກອິນມີການສະແດງຜົນທີ່ບໍ່ໄດ້ຜ່ານການ Escaped: [ຮຽນຮູ້ກ່ຽວກັບການ Escape ຂໍ້ມູນ](https://developer.wordpress.org/apis/security/escaping/)
 * ປລັກອິນຮັບຂໍ້ມູນທີ່ບໍ່ໄດ້ຜ່ານການກວດສອບຄວາມສະອາດ (Unsanitized): [ຮຽນຮູ້ກ່ຽວກັບການທຳຄວາມສະອາດຂໍ້ມູນ](https://developer.wordpress.org/apis/security/sanitizing/)
 * ປລັກອິນປະມວນຜົນຂໍ້ມູນແບບຟອມໂດຍບໍ່ມີ Nonce: [ຮຽນຮູ້ກ່ຽວກັບ Nonces](https://developer.wordpress.org/apis/security/nonces/)

ຖ້າລະຫັດໃນປລັກອິນຂອງເຈົ້າຕົກຢູ່ໃນໝວດໝູ່ໃດໜຶ່ງຂ້າງເທິງ, **ປລັກອິນຂອງເຈົ້າຈະບໍ່ໄດ້
ຮັບການອະນຸມັດ**. ທີມງານປລັກອິນຈະສົ່ງເຈົ້າກັບໄປອ່ານໜ້າຄູ່ມືເຫຼົ່ານີ້ ເຊິ່ງຈະເຮັດໃຫ້
ຂັ້ນຕອນການກວດສອບຊັກຊ້າລົງ.

### URL ປລັກອິນຂອງຂ້ອຍຈະເປັນແນວໃດ?

URL ຂອງປລັກອິນຂອງທ່ານຈະຖືກສ້າງຂຶ້ນໂດຍອີງຕາມຄ່າຂອງ `Plugin Name` ໃນໄຟລ໌ປລັກອິນຫຼັກ
ຂອງທ່ານ (ໄຟລ໌ທີ່ມີຫົວຂໍ້ປລັກອິນ). ຕົວຢ່າງ: ຖ້າທ່ານຕັ້ງຊື່ເປັນ `Plugin Name: Boaty
McBoatface`, URL ຂອງທ່ານຈະເປັນ `https://wordpress.org/plugins/boaty-mcboatface` 
ແລະ ສະລັກຂອງທ່ານຈະເປັນ `boaty-mcboatface`. ຖ້າມີປລັກອິນທີ່ມີຊື່ນີ້ຢູ່ແລ້ວ, ທ່ານຈະ
ໄດ້ຮັບຊື່ເປັນ `boaty-mcboatface-2` ແລະ ຕໍ່ໆໄປ. ມັນເຮັດວຽກຄືກັນກັບຊື່ໂພສ (post names)
ຂອງ WordPress.

ເມື່ອປລັກອິນຂອງທ່ານໄດ້ຮັບການອະນຸມັດແລ້ວ, ມັນ _ບໍ່ສາມາດ_ ປ່ຽນຊື່ໄດ້.

### ຂ້ອຍໃສ່ຊື່ປລັກອິນຜິດ, ຂ້ອຍຄວນອັບເດດມັນບໍ່?

ມັນຂຶ້ນກັບວ່າເຈົ້າຕ້ອງການປ່ຽນແປງຫຍັງ. ຖ້າເຈົ້າຕ້ອງການປ່ຽນ **ຊື່ທີ່ສະແດງ** ຂອງປລັກ
ອິນ ເຈົ້າສາມາດອັບເດດໄຟລ໌ປລັກອິນໃນໜ້ານີ້ໄດ້ເລີຍ. ຖ້າສິ່ງທີ່ເຈົ້າຕ້ອງການປ່ຽນແມ່ນ **
ຖາວອນລິ້ງ / ສະລັກ (Slug)** ເຈົ້າສາມາດປ່ຽນໄດ້ ໜຶ່ງຄັ້ງ ກ່ອນທີ່ພວກເຮົາຈະເລີ່ມການກວດ
ສອບ (ຖ້າປ່ຽນໄດ້ ເຈົ້າຈະເຫັນລິ້ງໃຫ້ປ່ຽນໃນໜ້ານີ້). ຖ້າເຮັດບໍ່ໄດ້, ເຈົ້າຕ້ອງຕິດຕໍ່ພວກ
ເຮົາທີ່ `plugins@wordpress.org`, ພວກເຮົາສາມາດປ່ຽນໃຫ້ໄດ້ຕາບໃດທີ່ປລັກອິນຍັງບໍ່ທັນໄດ້ຮັບ
ການອະນຸມັດ.

### ເປັນຫຍັງຂ້ອຍຈຶ່ງບໍ່ສາມາດສົ່ງປລັກອິນທີ່ມີຊື່ສະແດງບາງຊື່ໄດ້?

ຊື່ປລັກອິນບາງຊື່ແມ່ນຖືກຫ້າມເນື່ອງຈາກການລະເມີດເຄື່ອງໝາຍການຄ້າ. ໃນທຳນອງດຽວກັນ, ພວກ
ເຮົາປ້ອງກັນການໃຊ້ຊື່ເຫຼົ່ານັ້ນໃນສະລັກ (slug) ຂອງປລັກອິນທັງໝົດເພື່ອຄວາມປອດໄພຂອງທ່ານ.