WordPress.org

ການສຶກສາ

Student Clubs

WordPress Student Clubs

ສົ່ງເສີມໃຫ້ນັກສຶກສາສ້າງຊຸມຊົນ WordPress ພາຍໃນສະຖາບັນ.

ເປັນຫຍັງຕ້ອງເຂົ້າຮ່ວມໂຄງການນີ້

ການເປັນສ່ວນໜຶ່ງຂອງ WordPress Student Club ຈະເປີດໂອກາດທີ່ມີຄຸນຄ່າໃນການຮຽນຮູ້, ເຊື່ອມຕໍ່ ແລະ ກ້າວເປັນຜູ້ນຳພາຍໃນຊຸມຊົນ WordPress. ໃຊ້ປຸ່ມລຸ່ມນີ້ເພື່ອຊອກຫາຄລັບນັກຮຽນທີ່ຢູ່ໃກ້ທ່ານ.

ຮຽນຮູ້ ແລະ ເຕີບໂຕ

ໄດ້ຮັບປະສົບການຕົວຈິງກັບ WordPress ຜ່ານການເຝິກອົບຮົມ, ກຸ່ມສຶກສາ ແລະ ໂຄງການຕົວຈິງ, ເຖິງວ່າທ່ານຈະບໍ່ໄດ້ເຂົ້າຮ່ວມກິດຈະກຳ Campus Connect ໃນຕອນທຳອິດກໍຕາມ.

ເປັນຜູ້ນຳ ແລະ ຈັດການ

ລິເລີ່ມໃນຖານະຜູ້ຈັດງານນັກຮຽນ, ພັດທະນາທັກສະຄວາມເປັນຜູ້ນຳ ແລະ ຊ່ວຍສ້າງຊຸມຊົນ WordPress ພາຍໃນສະຖາບັນຂອງທ່ານໃຫ້ເຕີບໂຕ.

ມີສ່ວນຮ່ວມ ແລະ ເຊື່ອມຕໍ່

ຈັດກິດຈະກຳເປັນປະຈຳ ເຊັ່ນ ການພົບປະປະຈຳເດືອນ, ການຮ່ວມມືກັນເຮັດວຽກ ແລະ ກິດຈະກຳ WordPress Campus Connect ເພື່ອໃຫ້ຊຸມຊົນຂອງທ່ານມີການເຄື່ອນໄຫວ ແລະ ມີແຮງບັນດານໃຈສະເໝີ.

ວິທີການມີສ່ວນຮ່ວມ

ຮ້ອງຂໍສ້າງຄລັບນັກສຶກສາ

ກ່ອນການສະໝັກ, ກະລຸນາກວດສອບເບິ່ງວ່າຍັງສະຖາບັນຂອງທ່ານມີຄລັບຢູ່ແລ້ວ ຫຼື ເຄີຍເຂົ້າຮ່ວມກິດຈະກຳ Campus Connect ມາກ່ອນຫຼືບໍ່. ຫາກທ່ານພ້ອມທີ່ຈະເລີ່ມຕົ້ນຄລັບຂອງຕົນເອງ, ທ່ານສາມາດສົ່ງຄຳຮ້ອງຂໍສ້າງຄລັບໃໝ່ໄດ້ໂດຍໃຊ້ປຸ່ມລຸ່ມນີ້. ທ່ານຕ້ອງການພຽງແຕ່ຄູອາຈານ 1 ທ່ານ ແລະ ນັກຮຽນແກນນຳ 2 ຄົນ ເພື່ອເລີ່ມຕົ້ນ.