ເວີຊັນທີ່ມາພ້ອມກັບ ສະໄຕລ໌

ໃຫ້ແນວຄິດຂອງທ່ານກາຍເປັນຈິງໄດ້ຢ່າງລື່ນໄຫຼດ້ວຍ WordPress 6.4. ຄົ້ນພົບທິມມາດຕະຖານໃໝ່ທີ່ຫຼາກຫຼາຍ ແລະ ຊຸດການອັບເກຣດທີ່ຈະຊ່ວຍໃຫ້ທຸກບາດກ້າວຂອງການສ້າງສັນຂອງທ່ານມີພະລັງ.

ຮູບຖ່າຍໜ້າຈໍທີ່ຖືກຕັດຂອງທິມ Twenty Twenty-Four, ໂດຍຮູບເດັ່ນສະແດງແພັດເທີນໜ້າ RSVP ແບບເຕັມໜ້າ.

ທັກທາຍ
Twenty Twenty-Four

Twenty Twenty-Four ແມ່ນທິມມາດຕະຖານທີ່ສວຍງາມ ແລະ ຫຼາກຫຼາຍ ເຊິ່ງຖືກອອກແບບມາໃຫ້ເໝາະສົມກັບທຸກການນຳໃຊ້, ຕັ້ງແຕ່ນັກຂຽນ, ສິລະປິນ ໄປຈົນເຖິງຜູ້ປະກອບການ. ດ້ວຍຄັງແພັດເທີນທີ່ຫຼາກຫຼາຍ ແລະ ຄວາມຢືດຢຸ່ນ ເຮັດໃຫ້ມັນເປັນທາງເລືອກທີ່ດີເລີດສຳລັບທຸກຄວາມຕ້ອງການທາງດ້ານການສ້າງສັນ ແລະ ທຸລະກິດ.

ເລີ່ມຕົ້ນການເດີນທາງການຂຽນຂອງທ່ານ

ສຳຫຼວດຊຸດແພັດເທີນສຳລັບໜ້າຫຼັກ, ໂພສດ່ຽວ ແລະ ເທັມເພລດຈັດເກັບຂອງ Twenty Twenty-Four. ໃຊ້ມັນເປັນຈຸດເລີ່ມຕົ້ນເພື່ອສ້າງບລັອກທີ່ເປັນເອກະລັກຕາມແບບຂອງທ່ານ.

ສະແດງຜົນງານຂອງທ່ານ

ປະຢັດເວລາ ແລະ ແຮງງານດ້ວຍແພັດເທີນຜົນງານ, ຄຳຍ້ອງຍໍ ແລະ ທິມງານທີ່ຄັດສັນມາແລ້ວ ເພື່ອເນັ້ນໂຄງການສ້າງສັນຂອງທ່ານ ແລະ ສ້າງແຮງບັນດານໃຈໃຫ້ລູກຄ້າ.

ຮູບຖ່າຍໜ້າຈໍທີ່ຖືກຕັດຂອງທິມ Twenty Twenty-Four.

ຄົ້ນພົບແພັດເທີນທີ່ອອກແບບຢ່າງປານີດຫຼາຍກວ່າ 35 ແບບ

ນຳໃຊ້ຄັງແພັດເທີນ ແລະ ເທັມເພລດທີ່ຫຼາກຫຼາຍຂອງທິມ ເພື່ອສ້າງໜ້າເວັບທຸກຮູບແບບ—ແລະ ເຮັດໃຫ້ຂະບວນການສ້າງເວັບໄຊຂອງທ່ານໄວຂຶ້ນ.

ຮູບປະດັບຂອງຂັ້ນໄດໄມ້ທີ່ເບິ່ງຈາກມຸມສູງ ພ້ອມຄົນທີ່ກຳລັງຍ່າງຂຶ້ນຂັ້ນໄດ.

ລອງໃຊ້ຮູບພື້ນຫຼັງແບບໃໝ່ໃນບລັອກກຸ່ມເພື່ອການອອກແບບທີ່ເປັນເອກະລັກ