Title: WP-CLI
Author: WordPress.org
Published: 22 ເມສາ 2026

---

# WP-CLI: ທຸກການກະທຳ, ຂຽນສະຄຣິບໄດ້.

ຄຳສັ່ງສາຍງານ (Command line) ສຳລັບ WordPress ໂດຍບໍ່ຕ້ອງໃຊ້ບຣາວເຊີ.

[ຕິດຕັ້ງ WP-CLI](https://make.wordpress.org/cli/handbook/guides/installing/)

[ຄົ້ນຫາຄຳສັ່ງ](https://developer.wordpress.org/cli/commands/)

![](https://wordpress.org/files/2026/04/wp-cli-header-image.jpg)

## ຖືກອອກແບບມາໃຫ້ຮອງຮັບການຂຽນສະຄຣິບ

ທຸກຢ່າງທີ່ທ່ານເຮັດໄດ້ໃນໜ້າຈັດການຂອງ WordPress, ທ່ານສາມາດເຮັດໄດ້ຜ່ານ Terminal. ບໍ່ວ່າ
ຈະເປັນການຕິດຕັ້ງ ແລະ ອັບເດດປລັກອິນ, ການນຳເຂົ້າເນື້ອຫາ, ການສ້າງຜູ້ໃຊ້, ການຄົ້ນຫາ 
ແລະ ແທນທີ່ຂໍ້ມູນໃນຖານຂໍ້ມູນ, ການປ່ຽນ Key, ຫຼື ການຈັດການເຄືອຂ່າຍຫຼາຍເວັບໄຊ. ທ່ານສາມາດ
ລວມຄຳສັ່ງເຫຼົ່ານີ້ເຂົ້າໃນສະຄຣິບ, ຕັ້ງຄ່າ Cron, ຫຼື ໃຊ້ໃນຂັ້ນຕອນການ Deploy ໄດ້. WP-
CLI ຈະຊ່ວຍໃຫ້ WordPress ກາຍເປັນລະບົບທີ່ທ່ານສາມາດຄວບຄຸມໄດ້ແບບອັດຕະໂນມັດ.

[ເລີ່ມຕົ້ນໃຊ້ງານ WP-CLI](https://make.wordpress.org/cli/handbook/guides/quick-start/)

[ອ່ານຄູ່ມື](https://make.wordpress.org/cli/handbook/)

![](https://wordpress.org/files/2026/04/plugins-1.png)

wp plugin

ຕິດຕັ້ງ, ເປີດໃຊ້ງານ, ອັບເດດ

![](https://wordpress.org/files/2026/04/themes-3.png)

wp theme

ຈັດການທີມ (Themes) ແລະ ທີມລູກ (Child Themes)

![](https://wordpress.org/files/2026/04/export.png)

wp db

ສົ່ງອອກ, ນຳເຂົ້າ, ຄົ້ນຫາ ແລະ ແທນທີ່

![](https://wordpress.org/files/2026/04/user.png)

wp user

ສ້າງ, ອັບເດດ, ຕັ້ງລະຫັດຜ່ານໃໝ່

![](https://wordpress.org/files/2026/04/post.png)

wp post

ສ້າງ, ແກ້ໄຂ, ລຶບເນື້ອຫາເທື່ອລະຫຼາຍໆ

![](https://wordpress.org/files/2026/04/core.png)

wp core

ຕິດຕັ້ງ, ອັບເດດ, ກວດສອບ WordPress

![](https://wordpress.org/files/2026/04/site.png)

wp site

ຈັດການເຄືອຂ່າຍຫຼາຍເວັບໄຊ (Multisite)

![](https://wordpress.org/files/2026/04/scheduled.png)

wp cron

ກວດສອບ ແລະ ຈັດການກິດຈະກຳທີ່ຕັ້ງເວລາໄວ້

## ເຮັດທຸກຢ່າງໃຫ້ເປັນອັດຕະໂນມັດ

WP-CLI ເໝາະສົມກັບທຸກບ່ອນທີ່ທ່ານຂຽນສະຄຣິບ. ທ່ານສາມາດນຳໄປໃຊ້ໃນຂັ້ນຕອນການເຜີຍແຜ່ເວັບ(
Deploy pipeline) ເພື່ອຍ້າຍຖານຂໍ້ມູນລະຫວ່າງສະພາບແວດລ້ອມຕ່າງໆ, ຫຼື ໃຊ້ຮ່ວມກັບ GitHub
Action ເພື່ອກວດສອບຄວາມຖືກຕ້ອງຂອງລະບົບໃນທຸກໆການສົ່ງ Code (Pull request). ນອກນັ້ນ 
ຍັງສາມາດຕັ້ງຄ່າ Cron ໃຫ້ເຮັດວຽກຕອນ 3 ໂມງເຊົ້າ ເພື່ອປ່ຽນ Key ໃໝ່, ລຶບຂໍ້ມູນຊົ່ວຄາວ,
ຫຼື ສ້າງຮູບພາບຂະໜາດນ້ອຍ (Thumbnails) ຄືນໃໝ່.

[ເບິ່ງຕົວຢ່າງການເຮັດວຽກແບບອັດຕະໂນມັດ](https://developer.wordpress.org/cli/commands/)

    ```wp-elements-d62776dfc4c6d4823507a50ee259e0a1
    wp db export backup.sql
    wp search-replace 'https://staging.example.com' 'https://example.com' --all-tables
    wp cache flush
    ```

    ```wp-elements-5e17e5a223899dc8b7324d2c212e0c28
    WP_CLI::add_command( 'hello', function () {
        WP_CLI::success( 'Hello from WP-CLI!' );
    } );
    ```

## ຂະຫຍາຍການເຮັດວຽກ

WP-CLI ຖືກສ້າງມາເພື່ອໃຫ້ສາມາດຂະຫຍາຍການເຮັດວຽກໄດ້. ທ່ານສາມາດຂຽນຄຳສັ່ງເອງໄດ້ດ້ວຍ PHP
ພຽງບໍ່ເທົ່າໃດແຖວ ແລະ ໃຊ້ງານມັນເປັນປລັກອິນ — ຫຼື ຄົ້ນຫາຈາກລາຍການແພັກເກດຂອງຊຸມຊົນທີ່ມີ
ຢູ່ແລ້ວເພື່ອຊອກຫາສິ່ງທີ່ທ່ານຕ້ອງການ.

[ຂຽນຄຳສັ່ງເອງ](https://make.wordpress.org/cli/handbook/guides/commands-cookbook/)

[ຄົ້ນຫາແພັກເກດ (Packages)](https://packagist.org/search/?type=wp-cli-package)

## ເບິ່ງແຍງໂດຍຊຸມຊົນ WordPress

WP-CLI ໄດ້ຖືກປ່ອຍອອກມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 2011, ໂດຍໄດ້ຮັບການເບິ່ງແຍງຈາກອາສາສະໝັກ
ທົ່ວລະບົບນິເວດຂອງ WordPress. ທຸກໆລຸ້ນທີ່ຖືກປ່ອຍອອກມາແມ່ນຢູ່ພາຍໃຕ້ການບໍລິຫານແບບສາທາລະນະ,
ແລະ ການມີສ່ວນຮ່ວມນັ້ນມີຫຼາຍຮູບແບບ — ບໍ່ວ່າຈະເປັນການກວດສອບບັນຫາ, ການເຮັດເອກະສານຄູ່ມື,
ການແປພາສາ, ການສ້າງຄຳສັ່ງ, ຫຼື ການທົດສອບ.

[ມີສ່ວນຮ່ວມ](https://make.wordpress.org/cli/)

[ອ່ານບັນທຶກການປັບປຸງ (Release notes)](https://github.com/wp-cli/wp-cli/releases)

## ສ້າງຂຶ້ນເພື່ອອະນາຄົດ

ອະນາຄົດຂອງການຈັດການເວັບແມ່ນລະບົບອັດຕະໂນມັດ, ແລະ WP-CLI ຖືກອອກແບບມາເພື່ອເປັນຜູ້ນຳ
ໃນດ້ານນີ້. ນອກຈາກຈະເປັນອິນເຕີເຟດທີ່ມີປະສິດທິພາບສູງສຳລັບນັກພັດທະນາແລ້ວ, ມັນຍັງສະໜອງ
ໂຄງສ້າງການເຮັດວຽກຜ່ານຄຳສັ່ງທີ່ເປັນມາດຕະຖານ ເຊິ່ງຈຳເປັນສຳລັບ AI agents ແລະ LLMs ໃນ
ການຕິດຕໍ່ສື່ສານກັບ WordPress ໄດ້ຢ່າງມີປະສິດທິພາບ. ດ້ວຍການນຳໃຊ້ Abilities API, ຕົວ
ເຊື່ອມຕໍ່ AI, ແລະ ການຮອງຮັບ Model Context Protocol (MCP), WP-CLI ໄດ້ປ່ຽນ WordPress
ໃຫ້ກາຍເປັນສະພາບແວດລ້ອມທີ່ພ້ອມສຳລັບການເຮັດວຽກຂອງ AI ຢ່າງເຕັມຮູບແບບ. ບໍ່ວ່າທ່ານຈະເຮັດວຽກ
ບຳລຸງຮັກສາລະບົບແບບອັດຕະໂນມັດ ຫຼື ສ້າງຂັ້ນຕອນການເຮັດວຽກຂອງ AI ທີ່ຊັບຊ້ອນ, WP-CLI 
ກໍເປັນພື້ນຖານທີ່ໝັ້ນຄົງ ແລະ ສາມາດຂຽນໂປຣແກຣມຄວບຄຸມໄດ້ ເຊິ່ງຈຳເປັນສຳລັບເຕັກໂນໂລຊີອັດສະລິຍະ
ໃນຍຸກຕໍ່ໄປ.

[ສຳຫຼວດຮູບແບບການສະແດງຜົນ](https://developer.wordpress.org/cli/commands/#global-parameters)

[ອ່ານຄູ່ມືການໃຊ້ງານ](https://developer.wordpress.org/cli/commands/)

[ໃຫ້ດາວເທິງ GitHub](https://github.com/wp-cli/wp-cli)

![](https://wordpress.org/files/2026/04/WordPress_ASCII_texture.jpg)