Title: ໃບອະນຸຍາດ
Author: WordPress.org
Published: 1 ທັນວາ 2025

---

# GNU Public License

ໃບອະນຸຍາດທີ່ຊອບແວ WordPress ໃຊ້ໃນການເຜີຍແຜ່ແມ່ນ GPLv2 (ຫຼື ໃໝ່ກວ່າ) ຈາກ [ມູນນິທິຊອບແວເສລີ (FSF)](https://www.fsf.org/).
ສຳເນົາໃບອະນຸຍາດຈະຖືກລວມເຂົ້າກັບທຸກໆຊຸດຂອງ WordPress, ແຕ່ທ່ານກໍສາມາດ [ອ່ານເນື້ອໃນຂອງໃບອະນຸຍາດໄດ້ທີ່ນີ້](https://www.gnu.org/licenses/old-licenses/gpl-2.0.en.html).

ສ່ວນໜຶ່ງຂອງໃບອະນຸຍາດນີ້ໄດ້ກຳນົດຂໍ້ກຳນົດສຳລັບງານສ້າງສັນຕໍ່ຍອດ ເຊັ່ນ ປລັກອິນ ຫຼື ທີມ.
ງານທີ່ສ້າງສັນຕໍ່ຍອດມາຈາກລະຫັດຂອງ WordPress ຈະໄດ້ຮັບການຖ່າຍທອດໃບອະນຸຍາດ GPL. [Drupal](https://www.drupal.org/)
ເຊິ່ງໃຊ້ໃບອະນຸຍາດ GPL ດຽວກັນກັບ WordPress, ມີໜ້າເວັບທີ່ດີຫຼາຍກ່ຽວກັບ [ການອອກໃບອະນຸຍາດທີ່ນຳໃຊ້ກັບ ທີມ ແລະ ໂມດູນ](https://www.drupal.org/about/licensing)(
ຄຳທີ່ເຂົາເຈົ້າໃຊ້ເອີ້ນປລັກອິນ).

ຍັງມີບາງສ່ວນທີ່ບໍ່ຊັດເຈນທາງດ້ານກົດໝາຍກ່ຽວກັບສິ່ງທີ່ຖືວ່າເປັນງານສ້າງສັນຕໍ່ຍອດ, ແຕ່
ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າ ປລັກອິນ ແລະ ທີມ ແມ່ນງານສ້າງສັນຕໍ່ຍອດ ແລະ ດັ່ງນັ້ນຈຶ່ງ
ໄດ້ຮັບການຖ່າຍທອດໃບອະນຸຍາດ GPL. ຫາກທ່ານບໍ່ເຫັນດີ, ທ່ານອາດພິຈາລະນາໃຊ້ແພລັດຟອມທີ່ບໍ່
ແມ່ນ GPL ເຊັ່ນ [Serendipity](https://docs.s9y.org/) (ໃບອະນຸຍາດ BSD) ແທນ.