Title: ມາລະຍາດ ແລະ ຂໍ້ປະຕິບັດ
Author: WordPress.org
Published: 1 ທັນວາ 2025

---

# ມາລະຍາດ ແລະ ຂໍ້ປະຕິບັດ

ໃນໂຄງການໂອເພນຊອດ WordPress, ພວກເຮົາຕະໜັກວ່າຊັບສິນທີ່ໃຫຍ່ທີ່ສຸດຂອງພວກເຮົາແມ່ນຊຸມຊົນ
ທີ່ພວກເຮົາຮ່ວມກັນສ້າງຂຶ້ນ. ໂຄງການນີ້, ໃນພາບລວມແມ່ນປະຕິບັດຕາມຫຼັກການທາງປັດຊະຍາພື້ນຖານ
ຈາກ [The Cathedral and The Bazaar](http://www.catb.org/esr/writings/cathedral-bazaar/cathedral-bazaar/index.html).

 * ການມີສ່ວນຮ່ວມໃນໂຄງການ WordPress ໂອເພນຊອດ ແມ່ນເພື່ອຜົນປະໂຫຍດຂອງຊຸມຊົນ WordPress
   ໂດຍລວມ, ບໍ່ແມ່ນເພື່ອທຸລະກິດ ຫຼື ບຸກຄົນໃດໜຶ່ງໂດຍສະເພາະ. ທຸກໆການກະທຳໃນຖານະຜູ້ມີ
   ສ່ວນຮ່ວມ ຄວນເຮັດໄປເພື່ອຜົນປະໂຫຍດສູງສຸດຂອງຊຸມຊົນ.
 * ການມີສ່ວນຮ່ວມໃນໂຄງການ WordPress ໂອເພນຊອດ ແມ່ນເປີດກວ້າງສຳລັບທຸກຄົນທີ່ຕ້ອງການເຂົ້າຮ່ວມ,
   ໂດຍບໍ່ຄຳນຶງເຖິງຄວາມສາມາດ, ທັກສະ, ສະຖານະທາງການເງິນ ຫຼື ເງື່ອນໄຂອື່ນໆ.
 * ໂຄງການ WordPress ໂອເພນຊອດ ແມ່ນຊຸມຊົນທີ່ດຳເນີນງານໂດຍອາສາສະໝັກ. ເຖິງແມ່ນວ່າໃນບາງກໍລະນີ
   ທີ່ຜູ້ມີສ່ວນຮ່ວມຈະໄດ້ຮັບການສະໜັບສະໜູນຈາກບໍລິສັດ, ແຕ່ເວລາທີ່ພວກເຂົາໃຫ້ມານັ້ນແມ່ນ
   ເພື່ອຜົນປະໂຫຍດຂອງຊຸມຊົນໂອເພນຊອດທັງໝົດ.
 * ສະມາຊິກຊຸມຊົນທຸກຄົນສາມາດເສຍສະຫຼະເວລາ ແລະ ປະກອບສ່ວນເຂົ້າໃນໂຄງການໄດ້ໃນທຸກຮູບແບບ.
   ສຶກສາເພີ່ມເຕີມໄດ້ທີ່ [make.wordpress.org](https://make.wordpress.org/).
 * ຊຸມຊົນ WordPress ໂອເພນຊອດ ໃຫ້ຄວາມສຳຄັນກັບຄວາມຫຼາກຫຼາຍ. ພວກເຮົາພະຍາຍາມຮັກສາສະພາບ
   ແວດລ້ອມທີ່ເປັນກັນເອງ ເຊິ່ງທຸກຄົນສາມາດຮູ້ສຶກເປັນສ່ວນໜຶ່ງໄດ້ ໂດຍການສື່ສານທີ່ປາສະຈາກ
   ການຈຳແນກ, ການຍຸຍົງໃຫ້ເກີດຄວາມຮຸນແຮງ, ການສົ່ງເສີມຄວາມກຽດຊັງ ແລະ ພຶດຕິກຳທີ່ບໍ່ເໝາະສົມ.