Title: ການເຂົ້າເຖິງ
Author: WordPress.org
Published: 1 ທັນວາ 2025

---

# ການເຂົ້າເຖິງ

ຊຸມຊົນ WordPress ແລະ ໂຄງການ WordPress ໂອເພນຊອດ ມີຄວາມມຸ່ງໝັ້ນທີ່ຈະເປີດກວ້າງ ແລະ 
ໃຫ້ທຸກຄົນເຂົ້າເຖິງໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ພວກເຮົາຕ້ອງການໃຫ້ຜູ້ໃຊ້, ບໍ່ວ່າ
ຈະໃຊ້ອຸປະກອນໃດ ຫຼື ມີຄວາມສາມາດແນວໃດ, ກໍສາມາດເຜີຍແຜ່ເນື້ອຫາ ແລະ ເບິ່ງແຍງເວັບໄຊ ຫຼື
ແອັບພລິເຄຊັນທີ່ສ້າງຂຶ້ນດ້ວຍ WordPress ໄດ້.

WordPress ມີເປົ້າໝາຍທີ່ຈະເຮັດໃຫ້ໜ້າຜູ້ດູແລລະບົບ ແລະ ທີມທີ່ມາພ້ອມກັບລະບົບ ຮອງຮັບມາດຕະຖານ
ການເຂົ້າເຖິງເນື້ອຫາເວັບ (WCAG) 2.2 AA ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ລະຫັດໃໝ່ ແລະ ລະຫັດທີ່ອັບເດດທັງໝົດທີ່ເຜີຍແຜ່ໃນ WordPress ຕ້ອງປະຕິບັດຕາມແນວທາງເຫຼົ່ານີ້
ຕາມ [ມາດຕະຖານການຂຽນລະຫັດການເຂົ້າເຖິງຂອງ WordPress](https://developer.wordpress.org/coding-standards/wordpress-coding-standards/accessibility/).
ບາງຄຸນສົມບັດ ແລະ ຟັງຊັນທີ່ກຳລັງຢູ່ໃນລະຫວ່າງການພັດທະນາອາດຈະຍັງບໍ່ທັນປະຕິບັດຕາມໄດ້
ຢ່າງຄົບຖ້ວນ, ແລະ ບັນຫາທີ່ພົບແມ່ນມີລາຍຊື່ຢູ່ໃນ [WordPress Trac ຫົວຂໍ້ “accessibility”](https://core.trac.wordpress.org/focus/accessibility).

ເຖິງວ່າໂຄງການ WordPress ບໍ່ສາມາດຮັບປະກັນວ່າທຸກທີມຈະປະຕິບັດຕາມມາດຕະຖານໄດ້ຄົບຖ້ວນ,
ແຕ່ [ທີມທີ່ມີແທັກ accessibility-ready](https://wordpress.org/themes/tags/accessibility-ready/)
ແມ່ນໄດ້ຜ່ານການກວດສອບໂດຍທີມງານກວດສອບທີມ (Theme Review Team) ເພື່ອໃຫ້ໝັ້ນໃຈວ່າທີມເຫຼົ່ານີ້
ຜ່ານ [ຂໍ້ກຳນົດພື້ນຖານດ້ານການເຂົ້າເຖິງ](https://make.wordpress.org/themes/handbook/review/accessibility/required/).

## ທີມງານການເຂົ້າເຖິງ

[ທີມງານການເຂົ້າເຖິງຂອງ WordPress (WordPress Accessibility Team)](https://make.wordpress.org/accessibility/)
ໃຫ້ຄວາມຊ່ຽວຊານດ້ານການເຂົ້າເຖິງໃນທົ່ວໂຄງການ ເພື່ອປັບປຸງການເຂົ້າເຖິງຂອງລະບົບຫຼັກ WordPress
ແລະ ຊັບພະຍາກອນຕ່າງໆ.

[ຄູ່ມືການເຂົ້າເຖິງ (Accessibility Handbook)](https://make.wordpress.org/accessibility/handbook/)
ໄດ້ແບ່ງປັນ [ແນວທາງປະຕິບັດທີ່ດີທີ່ສຸດ](https://make.wordpress.org/accessibility/handbook/best-practices/)
ສຳລັບການເຂົ້າເຖິງເວັບ, ລາຍຊື່ຂອງ [ເຄື່ອງມືການເຂົ້າເຖິງ](https://make.wordpress.org/accessibility/handbook/which-tools-can-i-use/useful-tools/),
[ການທົດສອບທີ່ພວກເຮົາເຮັດ](https://make.wordpress.org/accessibility/handbook/get-involved/audits-and-testing/)
ເພື່ອປັບປຸງ WordPress, ທີມ ແລະ ປລັກອິນ, ແລະ [ວິທີການເຂົ້າຮ່ວມ](https://make.wordpress.org/accessibility/handbook/get-involved/)
ໃນວຽກງານການເຂົ້າເຖິງຂອງ WordPress.

ເພື່ອລາຍງານບັນຫາການເຂົ້າເຖິງທີ່ທ່ານພົບ, ກະລຸນາເບິ່ງໜ້າ [ການລາຍງານບັນຫາການເຂົ້າເຖິງ](https://make.wordpress.org/accessibility/handbook/reporting-issues/).

## ຖະແຫຼງການ ATAG

[ແນວທາງການເຂົ້າເຖິງເຄື່ອງມືການສ້າງເນື້ອຫາ ເວີຊັນ 2.0](https://www.w3.org/TR/ATAG20/)
ຫຼື ATAG, ແມ່ນຊຸດແນວທາງທີ່ກຳນົດວິທີການສ້າງເຄື່ອງມືສຳລັບສ້າງເວັບໄຊທີ່ທຸກຄົນເຂົ້າເຖິງ
ໄດ້ ແລະ ສົ່ງເສີມການສ້າງເນື້ອຫາທີ່ທຸກຄົນເຂົ້າເຖິງໄດ້.

[ມາດຕະຖານການຂຽນລະຫັດການເຂົ້າເຖິງຂອງ WordPress](https://developer.wordpress.org/coding-standards/wordpress-coding-standards/accessibility/)
ກຳນົດໃຫ້ລະຫັດໃໝ່ ຫຼື ລະຫັດທີ່ອັບເດດແລ້ວຕ້ອງໄດ້ມາດຕະຖານຕາມແນວທາງການເຂົ້າເຖິງເນື້ອ
ຫາເວັບ (WCAG) ເວີຊັນ 2.0 ໃນລະດັບ AA. ການປະຕິບັດຕາມ ATAG ແມ່ນເປົ້າໝາຍເພີ່ມເຕີມນອກເໜືອ
ຈາກການປະຕິບັດຕາມ WCAG.

ແອັບພລິເຄຊັນທີ່ປະຕິບັດຕາມ ATAG 2.0 ຢ່າງຄົບຖ້ວນ ບໍ່ພຽງແຕ່ຕ້ອງໃຊ້ງານໄດ້ໂດຍຜູ້ພິການ
ເທົັ້ນນັ້ນ, ແຕ່ມັນຄວນ **ຊ່ວຍ** ແລະ **ສົ່ງເສີມ** ໃຫ້ຜູ້ໃຊ້ທຸກຄົນສ້າງເນື້ອຫາທີ່ທຸກຄົນ
ເຂົ້າເຖິງໄດ້ ແລະ ຊ່ວຍພວກເຂົາໃນການແກ້ໄຂຂໍ້ຜິດພາດດ້ານການເຂົ້າເຖິງ, ໂດຍບໍ່ຈຳເປັນຕ້ອງ
ມີເຄື່ອງມື ຫຼື ສ່ວນເສີມໃດໆເພີ່ມເຕີມ.

ໃນປັດຈຸບັນ WordPress ຍັງບໍ່ທັນເປັນໄປຕາມມາດຕະຖານ ATAG 2.0 ຢ່າງສົມບູນ ແຕ່ມີຄວາມຕັ້ງໃຈ
ທີ່ຈະພັດທະນາຟີເຈີທີ່ທຸກຄົນເຂົ້າເຖິງໄດ້.