ການເດີນທາງຂອງພວກເຮົາ
ສູ່ການຂັບເຄື່ອນ
40% ຂອງເວັບໄຊທົ່ວໂລກ
ການມາເຖິງຈຸດນີ້ໄດ້ແມ່ນມາຈາກການເຮັດວຽກໜັກຂອງຊຸມຊົນ WordPress. ມາເບິ່ງ 40 ເຫດການສຳຄັນທີ່ມີສ່ວນຊ່ວຍສ້າງເສັ້ນທາງນີ້.
40%
ຍັງເຫຼືອອີກ 60 ເປີເຊັນ ຂອງເວັບໄຊທົ່ວໂລກ!
ເຫດການສຳຄັນຕ່າງໆ
ກຳເນີດ WordPress
ຫຼັງຈາກການປຶກສາຫາລືກັບ Mike Little, Matt Mullenweg ໄດ້ສ້າງ ສາຂາ (branch) ໃໝ່ຂອງ b2 ເທິງ SourceForge, ແລະ ໄດ້ຕັ້ງຊື່ມັນວ່າ WordPress ຕາມຄຳທີ່ໝູ່ຂອງລາວ Christine Tremoulet ເປັນຜູ້ຄິດຂຶ້ນ. WordPress.org ໄດ້ເປີດຕົວໃນວັນທີ 27 ພຶດສະພາ. ໃນເບື້ອງຕົ້ນ, ມັນເປັນບ່ອນຢູ່ຂອງບລັອກການພັດທະນາ, ເອກະສານແນະນຳບາງສ່ວນ ແລະ ຟໍຣຳຊ່ວຍເຫຼືອ. ໜ້າທຳອິດຂອງ WordPress ດັ້ງເດີມ ໄດ້ບອກໃຫ້ໂລກຮູ້ວ່າ “WordPress ແມ່ນແພລັດຟອມການເຜີຍແຜ່ສ່ວນບຸກຄົນທີ່ມີຈຸດເດັ່ນໃນດ້ານຄວາມສວຍງາມ, ມາດຕະຖານເວັບ ແລະ ການໃຊ້ງານທີ່ງ່າຍ.” ເວັບໄຊນີ້ໄດ້ສ້າງຕົວຕົນໃຫ້ກັບຊຸມຊົນ WordPress ແລະ ຟໍຣຳກໍໄດ້ກາຍເປັນບ້ານໃຫ້ກັບທຸກຄົນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການປ່ອຍ WordPress ຄັ້ງທຳອິດ
ໃນວັນທີ 27 ພຶດສະພາ 2003, WordPress 0.7 ເຊິ່ງເປັນເວີຊັນທຳອິດໄດ້ຖືກປ່ອຍອອກມາ. ຜູ້ໃຊ້ທີ່ຍ້າຍຈາກ b2 ມາຫາ WordPress ໄດ້ຮັບຟີເຈີໃໝ່ໆ ເຊັ່ນ: ແຜງຄວບຄຸມທີ່ງ່າຍຂຶ້ນ ແລະ ຕົວຈັດການລິ້ງ. ຫຼັງຈາກນັ້ນກໍໄດ້ມີການຊັກຊວນນັກພັດທະນາຄົນອື່ນໆ ໃຫ້ເຂົ້າມາມີສ່ວນຮ່ວມໃນໂຄງການ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການປ່ຽນຊື່ຄັ້ງໃຫຍ່
ໃນທ້າຍປີ 2003, ໄດ້ມີການປ່ຽນແປງໂຄງສ້າງໄຟລ໌ຄັ້ງໃຫຍ່ ໂດຍການປ່ຽນຊື່ໄຟລ໌ຈາກ “b2” ເປັນ “wp-” ເຊິ່ງເອີ້ນວ່າ The Great Renaming. ໂຄງສ້າງໄຟລ໌ຂອງ WordPress ໄດ້ປ່ຽນຈາກ b2 ມາເປັນໂຄງສ້າງທີ່ເຮົາຄຸ້ນເຄີຍໃນປັດຈຸບັນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
Six Apart ກັບຍອດດາວໂຫລດທີ່ເພີ່ມຂຶ້ນສອງເທົ່າ
ໃນວັນທີ 13 ພຶດສະພາ 2004, ບໍລິສັດ Six Apart ຜູ້ສ້າງ Movable Type ໄດ້ ປະກາດປ່ຽນແປງເງື່ອນໄຂການນຳໃຊ້. Movable Type 3.0 ມາພ້ອມກັບຂໍ້ຈຳກັດ ເຊິ່ງເຮັດໃຫ້ຜູ້ໃຊ້ຕ້ອງຈ່າຍເງິນຄ່າຊອບແວທີ່ເຄີຍຟຣີ ແລະ ຕ້ອງຈ່າຍເພີ່ມຕາມຈຳນວນການຕິດຕັ້ງ. ການປ່ຽນແປງນີ້ໄດ້ກະຕຸ້ນໃຫ້ຊຸມຊົນ WordPress ເຕີບໂຕຂຶ້ນຢ່າງໄວວາ. ຍອດດາວໂຫລດ WordPress ໃນ SourceForge ເພີ່ມຂຶ້ນຫຼາຍກວ່າສອງເທົ່າ ຈາກ 8,670 ຄັ້ງໃນເດືອນເມສາ 2004 ເປັນ 19,400 ຄັ້ງໃນເດືອນພຶດສະພາ.
ການຕັດສິນໃຈແຕກແໜງ (fork) ຈາກ b2 ແທນທີ່ຈະຂຽນລະບົບໃໝ່ທັງໝົດຖືວ່າເປັນການຕັດສິນໃຈທີ່ສະຫຼາດ: ຖ້າຊຸມຊົນເສຍເວລາຂຽນໃໝ່ ກໍຄົງຈະບໍ່ພ້ອມຕ້ອນຮັບຜູ້ໃຊ້ໃໝ່ໆ. ແຕ່ຍ້ອນການຕັດສິນໃຈນັ້ນ ພວກເຂົາຈຶ່ງພ້ອມ. ເປັນເວລາຫຼາຍອາທິດທີ່ທຸກຄົນຕັ້ງໃຈຊ່ວຍເຫຼືອ “ຜູ້ທີ່ຍ້າຍມາ”. ນັກພັດທະນາໄດ້ຂຽນສະຄຣິບເພື່ອຊ່ວຍໃຫ້ຄົນຍ້າຍຈາກ Movable Type ມາຫາ WordPress ໄດ້ງ່າຍຂຶ້ນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ແນະນຳລະບົບປັກອິນ
ໃນເດືອນມີນາ 2004, ລະບົບປັກອິນ ໄດ້ປ່ຽນໂສມໜ້າ WordPress ໃຫ້ກັບນັກພັດທະນາ ແລະ ຊຸມຊົນ. ມັນໝາຍຄວາມວ່າຕົວລະບົບຫຼັກບໍ່ຈຳເປັນຕ້ອງລວມທຸກຟີເຈີທີ່ນັກພັດທະນາຕ້ອງການ ແຕ່ໃຫ້ມີພຽງຟີເຈີທີ່ຈຳເປັນສຳລັບຜູ້ໃຊ້ສ່ວນໃຫຍ່. Ryan Boren ກ່າວວ່າ ລະບົບປັກອິນຊ່ວຍໃຫ້ນັກພັດທະນາໃຊ້ກົດ 80/20: “ຖ້າຟີເຈີໃດມີປະໂຫຍດຕໍ່ຜູ້ໃຊ້ 80% ໃຫ້ໃສ່ໃນຕົວຫຼັກ ຖ້າບໍ່ແມ່ນ ໃຫ້ເຮັດເປັນປັກອິນ.”
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການອັບເດດຄັ້ງທຳອິດ: ປ່ອຍ v1.2 “Mingus”
ເດືອນພຶດສະພາ 2004 ແມ່ນເດືອນທີ່ WordPress 1.2 “Mingus” ເປີດຕົວ ເຊິ່ງເຮັດໃຫ້ WordPress ເຂົ້າເຖິງໄດ້ງ່າຍຂຶ້ນ ແລະ ມີຜູ້ໃຊ້ຫຼາຍຂຶ້ນ. ເວີຊັນຫຼັກຂອງ WordPress ຈະຖືກຕັ້ງຊື່ຕາມນັກດົນຕີແຈສ (jazz) ເພື່ອເປັນກຽດ. Charles Mingus ເປັນມືເບສ, ນັກແຕ່ງເພງ ແລະ ຫົວໜ້າວົງແຈສທີ່ມີອິດທິພົນຫຼາຍ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ປັກອິນທຳອິດ: Hello, Dolly!
ນອກຈາກນີ້ໃນເດືອນພຶດສະພາ 2004, ປລັກອິນທຳອິດທີ່ຍັງຄົງຕິດມາກັບ WordPress — ປລັກອິນ Hello Dolly ເຊິ່ງຈະສຸ່ມສະແດງເນື້ອເພງຂອງ Louis Armstrong ຈາກເພງ Hello, Dolly! ຢູ່ມຸມຂວາເທິງຂອງໜ້າຄວບຄຸມ ກໍໄດ້ຖືກເປີດຕົວ. ມັນມີຈຸດປະສົງເພື່ອເປັນແນວທາງໃຫ້ກັບນັກພັດທະນາທີ່ສົນໃຈໃນການສ້າງປລັກອິນ, ແລະ ສຳລັບຜູ້ໃຊ້ໃນການຮຽນຮູ້ວິທີເປີດ ຫຼື ປິດການໃຊ້ງານປລັກອິນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການຮອງຮັບພາສາສາກົນ (i18n)
ເພື່ອເຮັດໃຫ້ WordPress ຮອງຮັບພາສາສາກົນໃນປີ 2004, Ryan Boren ໄດ້ ຄຸມ ຂໍ້ຄວາມທີ່ສາມາດແປໄດ້ດ້ວຍຟັງຊັນ __(). ລາວໄດ້ກວດເບິ່ງໂຄດເທື່ອລະແຖວ ແລະ ໝາຍທຸກຢ່າງທີ່ແປໄດ້. ສິ່ງນີ້ເຮັດໃຫ້ເມື່ອ WordPress v1.2 ອອກມາ ມັນບໍ່ພຽງແຕ່ມີ Plugin API ເທົ່ານັ້ນ ແຕ່ຍັງຮອງຮັບພາສາສາກົນໄດ້ຢ່າງສົມບູນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ເປີດຕົວຄັງປັກອິນ
ຄັງປັກອິນ WordPress (Plugin Repository) ໄດ້ເປີດຕົວໃນເດືອນມັງກອນ 2005 ຢູ່ທີ່ dev.wp-plugins.org. ມັນແຕກຕ່າງຈາກຄັງປັກອິນທີ່ໃຊ້ງ່າຍໃນປັດຈຸບັນຫຼາຍ ເພາະໃນເວລານັ້ນມັນເປັນພຽງແຕ່ບ່ອນເກັບໂຄດເທົ່ານັ້ນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ກຸ່ມອີເມລ wp-hackers
ກຸ່ມອີເມລທຳອິດຂອງໂຄງການບໍ່ແມ່ນ wp-hackers ແຕ່ແມ່ນ wp-docs ເຊິ່ງ ຕັ້ງຂຶ້ນໃນເດືອນພະຈິກ 2003 ເພື່ອສົນທະນາກ່ຽວກັບເອກະສານຂອງ WordPress ແລະ wiki. ມັນໃຊ້ງານໄດ້ຫົກເດືອນກ່ອນທີ່ hackers mailing list ຈະຖືກຕັ້ງຂຶ້ນໃນເດືອນມິຖຸນາ 2004. ຈາກນັ້ນກໍໄດ້ຍ້າຍໄປເປັນ wp-hackers ໃນປີ 2005. ການສົນທະນາເລື່ອງການພັດທະນາໄດ້ຍ້າຍຈາກຟໍຣຳໄປຫາອີເມລ ກຸ່ມນີ້ແທນ ເຮັດໃຫ້ຟໍຣຳກາຍເປັນບ່ອນສຳລັບການຊ່ວຍເຫຼືອຜູ້ໃຊ້.
ກຸ່ມອີເມລ wp-hackers ເຕັມໄປດ້ວຍການສົນທະນາທີ່ຮ້ອນແຮງກ່ຽວກັບປະເດັນຕ່າງໆ ເຊັ່ນ: ລິ້ງໃນຄຳຄິດເຫັນຄວນເປັນ nofollow ຫຼື ບໍ່ ເພື່ອປ້ອງກັນສະແປມ, ຮູບແບບວັນທີທີ່ດີທີ່ສຸດ ແລະ ວິທີເລີ່ມແປ WordPress. ໃນທີ່ສຸດນັກພັດທະນາກໍມີບ່ອນລວມຕົວກັນ ພວກເຂົາຕ້ອນຮັບຊ່ອງທາງການສື່ສານໃໝ່ນີ້ ເຊິ່ງປຽບເໝືອນບ້ານໃໝ່ຂອງພວກເຂົາໃນໂຄງການ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ແນະນຳລະບົບທິມ
ໃນເດືອນກຸມພາ 2005, ລະບົບທິມ (theme system) ໄດ້ຖືກສ້າງຂຶ້ນໂດຍໃຊ້ PHP. ລະບົບທິມຈະແບ່ງສ່ວນປະກອບຂອງທິມອອກເປັນສ່ວນໆ ເຊັ່ນ: ສ່ວນຫົວ (header), ສ່ວນທ້າຍ (footer) ແລະ ແຖບຂ້າງ (sidebar). ແຕ່ລະສ່ວນແມ່ນໄຟລ໌ແຍກກັນທີ່ຜູ້ອອກແບບສາມາດປັບແຕ່ງໄດ້. ການມີລະບົບທິມຂອງ WordPress ເອງ ໝາຍຄວາມວ່າຜູ້ອອກແບບສາມາດສ້າງທິມໄດ້ໂດຍບໍ່ຕ້ອງຮຽນຮູ້ໄວຍາກອນໃໝ່ທັງໝົດ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ຍອດດາວໂຫລດ 100,000 ຄັ້ງ
ໃນຕົ້ນເດືອນມີນາ 2005, WordPress v1.5 “Strayhorn” ມິຍອດດາວໂຫລດເຖິງ 50,000 ຄັ້ງ. ພຽງແຕ່ສາມອາທິດຕໍ່ມາ ຕົວເລກກໍເພີ່ມຂຶ້ນເປັນສອງເທົ່າຄື 100,000 ຄັ້ງ. ເພື່ອສະເຫຼີມສະຫຼອງຜົນສຳເລັດນີ້ ຈຶ່ງໄດ້ມີການຈັດງານລ້ຽງ 100k ຢູ່ທີ່ Odeon Bar ໃນຊານຟຣານຊິສໂກ ໃນວັນທີ 22 ມີນາ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ສ້າງໂລໂກ້ WordPress
ໃນທີ່ສຸດກໍໄດ້ມີການຕັດສິນໃຈເລືອກໂລໂກ້ໃນວັນທີ 15 ພຶດສະພາ 2005 ເມື່ອ Matt ສົ່ງອີເມລຫາທີມງານພາຍໃຕ້ຫົວຂໍ້ “ຂ້ອຍຄິດວ່າມັນແມ່ນອັນນີ້ແລ້ວ”. ຂໍ້ຄວາມຂອງ Matt ມີພຽງແຕ່ຮູບພາບທີ່ສວຍງາມຮູບນີ້ຮູບດຽວ:
ການສ້າງເຄື່ອງໝາຍໂດຍ Jason Santa Maria ເຮັດໃຫ້ WordPress ມີອົງປະກອບໂລໂກ້ທີ່ໂດດເດັ່ນ ເຊິ່ງເມື່ອເວລາຜ່ານໄປ ຜູ້ຄົນກໍສາມາດຈື່ໄດ້ທັນທີເຖິງແມ່ນວ່າຈະບໍ່ມີຕົວໜັງສືຢູ່ຂ້າງໆ ກໍຕາມ. ເຄື່ອງໝາຍນີ້ຖືກນຳໄປໃຊ້ໃນໄອຄອນ, ການສ້າງແບຣນ ແລະ ເສື້ອຍືດ. ມັນກາຍເປັນສິ່ງທີ່ຄົນຈື່ໄດ້ທັນທີ ຍ້ອນການປາກົດຢູ່ເທິງເສື້ອຍືດ WordCamp ໄປທົ່ວໂລກ.
* ສຳລັບໂລໂກ້ທາງການຫຼ້າສຸດຂອງ WordPress, ຄລິກທີ່ນີ້.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
WordPress.com
WordPress.com ໄດ້ເປີດໃຫ້ລົງທະບຽນໃນເດືອນສິງຫາ 2005 ແບບຕ້ອງມີຄຳເຊີນເທົ່ານັ້ນ ເພື່ອຄວບຄຸມການເພີ່ມຂຶ້ນຂອງຜູ້ໃຊ້ໃນເຊີເວີທີ່ຍັງບໍ່ທັນໄດ້ຮັບການທົດສອບຢ່າງເຕັມທີ່. ຫຼາຍຄົນທີ່ມີສ່ວນຮ່ວມໃນໂຄງການ WordPress ໄດ້ຮັບບລັອກ WordPress.com ລວມເຖິງ Lorelle VanFossen ແລະ Mark Riley. ສະມາຊິກໃໝ່ຂອງ WordPress.com ແຕ່ລະຄົນຈະໄດ້ຮັບຄຳເຊີນໜຶ່ງໃບເພື່ອແບ່ງປັນໃຫ້ຜູ້ອື່ນ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
WordCamp ຄັ້ງທຳອິດ (ຈັດຂຶ້ນທີ່ຊານຟຣານຊິສໂກ)
ໃນເດືອນກໍລະກົດ 2006, Matt Mullenweg ໄດ້ປະກາດວ່າລາວຈະຈັດງານໃນຮູບແບບ BarCamp ທີ່ຊື່ວ່າ “WordCamp” ໃນຊ່ວງທ້າຍລະດູຮ້ອນທີ່ຊານຟຣານຊິສໂກ. ລາວ ເວົ້າຢອກ ວ່າ “ຮູບແບບ BarCamp” ເປັນຄຳສັບທີ່ໝາຍເຖິງ ‘ການຈັດງານແບບຟ້າຜ່າ’.
ງານດັ່ງກ່າວ — ເຊິ່ງລາວໄດ້ປະກາດໂດຍທີ່ຍັງບໍ່ມີສະຖານທີ່ ຫຼື ກຳນົດການ — ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ. ມີຄົນຫຼາຍກວ່າ 500 ຄົນຈາກທົ່ວໂລກລົງທະບຽນ: Donncha Ó Caoimh ບິນມາຈາກໄອແລນ ແລະ Mark Riley ບິນມາຈາກອັງກິດ. ໃນທີ່ສຸດ WordCamp ກໍໄດ້ສະຖານທີ່ຈັດງານຄື Swedish American Hall ຢູ່ Market Street ເຊິ່ງເປັນສຳນັກງານໃຫຍ່ຂອງສະມາຄົມສະວີເດັນແຫ່ງຊານຟຣານຊິສໂກ.
ກຳນົດການຂອງ WordCamp 2006 ສະທ້ອນໃຫ້ເຫັນເຖິງຄວາມສົນໃຈຂອງໂຄງການ ແລະ ຄວາມມຸ່ງໝັ້ນຂອງຜູ້ມີສ່ວນຮ່ວມ. Mark Riley ໄດ້ຈັດເວີກຊັອບຄັ້ງທຳອິດກ່ຽວກັບການມີສ່ວນຮ່ວມໃນຊຸມຊົນ WordPress ເຊິ່ງກາຍເປັນຫົວຂໍ້ຫຼັກໃນ WordCamp ຈົນເຖິງປັດຈຸບັນ. Andy Skelton ໄດ້ນຳສະເໜີຟີເຈີວິດເຈັດ (widgets) ທີ່ລາວກຳລັງພັດທະນາໃຫ້ WordPress.com. Donncha ໄດ້ເວົ້າກ່ຽວກັບ WPMU ແລະ Mark Jaquith ໄດ້ເວົ້າກ່ຽວກັບ WordPress ໃນຖານະ CMS ເຊິ່ງເປັນ ຫົວຂໍ້ທີ່ມີຄົນຮຽກຮ້ອງຫຼາຍທີ່ສຸດ. ນອກຈາກນີ້ຍັງມີການນຳສະເໜີກ່ຽວກັບການຂຽນບລັອກ, ພອດແຄສ (podcasting), ວຽກງານຂ່າວສານ ແລະ ການສ້າງລາຍໄດ້.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ຟັງຊັນການນຳເຂົ້າ ແລະ ສົ່ງອອກ
ດ້ວຍການປ່ອຍ WordPress v2.1 “Ella” ໃນປີ 2007, ຟັງຊັນການນຳເຂົ້າ ແລະ ສົ່ງອອກໄຟລ໌ XML ແບບບໍ່ສູນເສຍຂໍ້ມູນ ຊ່ວຍໃຫ້ການຍ້າຍເນື້ອຫາລະຫວ່າງບລັອກ WordPress ເຮັດໄດ້ງ່າຍຂຶ້ນ. ນອກຈາກນີ້, ຍັງມີຕົວແກ້ໄຂແບບແທັບ (tabbed editor) ເພື່ອສະຫຼັບລະຫວ່າງໂໝດ WYSIWYG ແລະ ການແກ້ໄຂໂຄດໃນຂະນະຂຽນໂພສ. ມີການຮອງຮັບພາສາສາກົນ ແລະ ພາສາທີ່ຂຽນຈາກຂວາໄປຊ້າຍໄດ້ດີຂຶ້ນ. ມີຕົວຈັດການການອັບໂຫລດແບບໃໝ່ທີ່ຊ່ວຍໃຫ້ຈັດການຮູບພາບ, ວິດີໂອ ແລະ ສຽງໄດ້ງ່າຍຂຶ້ນ. ມັນຍັງມາພ້ອມກັບໂຄດທີ່ສະອາດກວ່າເກົ່າ ແລະ ອື່ນໆ ອີກຫຼາຍຢ່າງ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ອອກແບບສ່ວນຕິດຕໍ່ຜູ້ໃຊ້ໜ້າຜູ້ດູແລໃໝ່
ໃນ WordPress v2.7 “Coltrane” ປີ 2008, ສ່ວນຕິດຕໍ່ຜູ້ໃຊ້ໃນໜ້າຜູ້ດູແລໄດ້ປ່ຽນແປງຢ່າງຫຼວງຫຼາຍ. ເມື່ອຮູບໜ້າຈໍການປ່ຽນແປງປະກົດຂຶ້ນໃນບລັອກຂອງຊຸມຊົນ, ຄຳຖາມທີ່ຕາມມາຄື “ເປັນຫຍັງພວກເຂົາຈຶ່ງປ່ຽນມັນອີກແລ້ວ?” ເນື່ອງຈາກການອອກແບບຂອງ WordPress v2.5 ຍັງບໍ່ທັນຢູ່ຕົວກໍມີການປ່ຽນແປງຄັ້ງໃຫຍ່ອີກຄັ້ງໃນ v2.7.
ການປ່ຽນແປງນີ້ໝາຍຄວາມວ່າຜູ້ໃຊ້ໃນທຸກລະດັບທັກສະຈຳເປັນຕ້ອງໄດ້ຮຽນຮູ້ການໃຊ້ WordPress ໃໝ່. ຊຸມຊົນທີ່ເຮັດບົດຮຽນສອນການໃຊ້ WordPress ຕ້ອງໄດ້ຖ່າຍຮູບໜ້າຈໍ ແລະ ຖ່າຍວິດີໂອໃໝ່ທັງໝົດ. ຢ່າງໃດກໍຕາມ, ເມື່ອຜູ້ໃຊ້ໄດ້ອັບເກຣດແລ້ວ ຜົນຕອບຮັບແມ່ນເປັນໄປໃນທາງບວກ. ຜູ້ໃຊ້ຊື່ນຊອບໜ້າຕາສ່ວນຕິດຕໍ່ຜູ້ໃຊ້ໃໝ່. ພວກເຂົາຮູ້ສຶກວ່າມັນໃຊ້ງ່າຍ ແລະ ເຂົ້າໃຈໄດ້ດ້ວຍຕົນເອງ — ເຊິ່ງເປັນການພິສູດວ່າສິ່ງທີ່ພວກເຂົາບໍ່ພໍໃຈເມື່ອເກົ້າເດືອນກ່ອນນັ້ນ ບໍ່ແມ່ນຍ້ອນການປ່ຽນແປງ ແຕ່ແມ່ນຍ້ອນຕົວສ່ວນຕິດຕໍ່ຜູ້ໃຊ້ນັ້ນເອງ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ຝັງວິດີໂອໄດ້ງ່າຍຂຶ້ນ
ດ້ວຍ WordPress v2.9 “Carmen” ໃນປີ 2009, ທ່ານພຽງແຕ່ວາງ URL ລົງໃນແຖວໃໝ່ ມັນກໍຈະປ່ຽນເປັນໂຄດຝັງ (embed code) ໃຫ້ໂດຍອັດຕະໂນມັດ ດ້ວຍການຮອງຮັບ Oembed ສຳລັບ YouTube, Daily Motion, Blip.tv, Flickr, Hulu, Viddler, Qik, Revision3, Scribd, Google Video, Photobucket, PollDaddy, WordPress.tv ແລະ ອື່ນໆ ອີກຫຼາຍຢ່າງທີ່ຈະຕາມມາໃນລຸ້ນຕໍ່ໄປ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ສ້າງຕັ້ງມູນນິທິ WordPress
ມູນນິທິ WordPress (WordPress Foundation) ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນມັງກອນ 2010. ບໍລິສັດ Automattic ໄດ້ໂອນ ເຄື່ອງໝາຍການຄ້າ ໃນເດືອນກັນຍາປີດຽວກັນ. ໃນການໂອນຄັ້ງນີ້, Automattic ໄດ້ຮັບອະນຸຍາດໃຫ້ໃຊ້ຊື່ WordPress ສຳລັບ WordPress.com ແຕ່ບໍ່ລວມເຖິງໂດເມນອື່ນໆ ໃນອະນາຄົດ. Matt ໄດ້ຮັບອະນຸຍາດໃຫ້ໃຊ້ສຳລັບ WordPress.org ແລະ WordPress.net. ນອກຈາກການໂອນເຄື່ອງໝາຍການຄ້າຂອງ WordPress ແລ້ວ, ບໍລິສັດຍັງໄດ້ໂອນຊື່ WordCamp ອີກດ້ວຍ. ສິ່ງນີ້ຊ່ວຍປົກປ້ອງໃຫ້ WordCamp ເປັນງານກິດຈະກຳເພື່ອການສຶກສາທີ່ບໍ່ຫວັງຜົນກຳໄລຕະຫຼອດໄປ.
ຊຸມຊົນມີຄວາມເພິ່ງພໍໃຈ ກັບການແຍກໂຄງການ WordPress ອອກຈາກບໍລິສັດ Automattic. ສິ່ງນີ້ເຮັດໃຫ້ທຸກຄົນມີຄວາມໝັ້ນໃຈຫຼາຍຂຶ້ນວ່າ Automattic ບໍ່ໄດ້ພະຍາຍາມທີ່ຈະຄອບງຳລະບົບນິເວດທາງການຄ້າຂອງ WordPress.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
Kids Camp ຄັ້ງທຳອິດໃນ WordCamp
ງານ WordCamp Ireland, ເຊິ່ງຈັດໂດຍ Sabrina Kent ແລະ Katherine Nolan, ເປັນງານ WordPress ທຳອິດ ທີ່ມີກິດຈະກຳສຳລັບເດັກນ້ອຍອາຍຸ 3-12 ປີ. Krishna De ອາດເປັນຜູ້ທຳອິດທີ່ເລີ່ມໃຊ້ຄຳວ່າ “Kids Camp”. ຫຼັງຈາກນັ້ນກໍມີງານສຳລັບເດັກນ້ອຍເກີດຂຶ້ນຕາມມາອີກຫຼາຍງານ, ຕາມທີ່ລະບຸໄວ້ໃນ ລາຍຊື່ນີ້ ເຊິ່ງເປັນຂໍ້ມູນຈົນເຖິງປີ 2019.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
WordPress Community Summit ຄັ້ງທຳອິດ
ການລວມຕົວກັນຄັ້ງໃຫຍ່ຂອງຊຸມຊົນ WordPress ແບບສະເພາະຜູ້ທີ່ໄດ້ຮັບຄຳເຊີນເທົ່ານັ້ນ — The Community Summit — ໄດ້ຈັດຂຶ້ນໃນປີ 2012. ງານ Community Summit ເນັ້ນໃສ່ບັນຫາຕ່າງໆ ທີ່ການພັດທະນາຊອບແວ WordPress ແລະ ຊຸມຊົນ WordPress ກຳລັງຜະເຊີນຢູ່. ສະມາຊິກໃນຊຸມຊົນໄດ້ສະເໜີຊື່ຕົນເອງ ແລະ ຜູ້ອື່ນເພື່ອຮັບຄຳເຊີນ ໂດຍມີທີມງານ 18 ຄົນເປັນຜູ້ກວດສອບ ແລະ ລົງຄະແນນສຽງເລືອກຜູ້ທີ່ຈະໄດ້ຮັບເຊີນ. ຜູ້ເຂົ້າຮ່ວມ ເຊິ່ງປະກອບມີຜູ້ທີ່ມີສ່ວນຮ່ວມຫຼັກ, ບລັອກເກີ, ຜູ້ພັດທະນາປັກອິນ ແລະ ທິມ, ລວມເຖິງເຈົ້າຂອງທຸລະກິດຈາກທົ່ວຊຸມຊົນ WordPress ໄດ້ເດີນທາງມາທີ່ເກາະ Tybee, ລັດຈໍເຈຍ ເພື່ອປຶກສາຫາລືກ່ຽວກັບ WordPress.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
WordCamp Europe ຄັ້ງທຳອິດ
WordCamp Europe ໃນປີ 2013 ເປັນງານ WordCamp ຂະໜາດໃຫຍ່ຄັ້ງທຳອິດທີ່ຈັດຂຶ້ນໃນຢູໂຣບ. ຄຳວ່າຂະໜາດໃຫຍ່ ໝາຍເຖິງຄວາມຍິ່ງໃຫຍ່ ແລະ ອະລັງການ. ນີ້ແມ່ນໂອກາດທີ່ຊຸມຊົນ WordPress ໃນຢູໂຣບໄດ້ມາລວມຕົວກັນຢູ່ເມືອງ Leiden ທີ່ສວຍງາມ ເພື່ອແລກປ່ຽນຄວາມຮູ້, ແບ່ງປັນປະສົບການ, ເຮັດທຸລະກິດ ແລະ ສົນທະນາກ່ຽວກັບ WordPress.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການອອກແບບ MP6 ແລະ ໄອຄອນແບບແປນ
ໃນເດືອນມັງກອນ 2013, Ben Dunkle ໄດ້ສະເໜີໄອຄອນແບບແປນ (flat icons) ແບບໃໝ່. ເນື່ອງຈາກໜ້າຜູ້ດູແລຂອງ WordPress ເລີ່ມລ້າສະໄໝ ໂດຍສະເພາະໃນຈໍແສງຜົນແບບ Retina ທີ່ເຮັດໃຫ້ໄອຄອນແຕກເປັນເມັດພິກເຊວ. ໄອຄອນແບບແປນຈະຊ່ວຍໃຫ້ການປັບຂະໜາດເຮັດໄດ້ຢ່າງເໝາະສົມ ແລະ ຊ່ວຍໃຫ້ຜູ້ອອກແບບສາມາດປ່ຽນສີໄອຄອນໂດຍໃຊ້ CSS ໄດ້. ດັ່ງນັ້ນ ໂຄງການອອກແບບ MP6 ຈຶ່ງໄດ້ເລີ່ມຕົ້ນຂຶ້ນເພື່ອແກ້ໄຂເລື່ອງໄອຄອນ ແລະ ການປັບປຸງອື່ນໆ. ການເຮັດວຽກໄດ້ດຳເນີນຜ່ານປັກອິນທີ່ຢູ່ໃນຄັງປັກອິນຂອງ WordPress. ທຸກຄົນສາມາດຕິດຕັ້ງປັກອິນນີ້ເພື່ອເບິ່ງການປ່ຽນແປງໃນໜ້າຜູ້ດູແລຂອງຕົນເອງໄດ້. ໃນທຸກໆອາທິດ, ທີມງານຈະມີການປ່ອຍເວີຊັນໃໝ່ ແລະ ລາຍງານເພື່ອເປີດຮັບຄຳຄິດເຫັນຈາກສາທາລະນະ.
ປລັກອິນ MP6 ໄດ້ຖືກລວມເຂົ້າກັບ WordPress 3.8 “Parker” ທີ່ປ່ອຍອອກມາໃນເດືອນທັນວາ 2013, ເຊິ່ງເປັນການສະແດງໃຫ້ເຫັນວ່າ ເຖິງມັນອາດຈະໃຊ້ເວລາບາງສ່ວນ, ແຕ່ການອອກແບບທີ່ກົມກືນກັນໃນໂຄງການຊອບແວເສລີກໍເປັນໄປໄດ້.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ປັບປຸງການແກ້ໄຂແບບ Visual ໃຫ້ດີຂຶ້ນ
ດ້ວຍ WordPress 3.9 “Smith” ໃນປີ 2014, ການອັບເດດຕົວແກ້ໄຂແບບເຫັນພາບ (visual editor) ໄດ້ປັບປຸງຄວາມໄວ, ການເຂົ້າເຖິງ ແລະ ການຮອງຮັບມືຖື. ດຽວນີ້ທ່ານສາມາດວາງເນື້ອຫາຈາກໂປຣແກຣມພິມງານຂອງທ່ານໃສ່ໃນຕົວແກ້ໄຂໄດ້ໂດຍບໍ່ຕ້ອງເສຍເວລາລ້າງຮູບແບບທີ່ວຸ່ນວາຍ. ດ້ວຍການເຂົ້າເຖິງເຄື່ອງມືຕັດ ແລະ ໝຸນຮູບທີ່ໄວຂຶ້ນ, ມັນຈຶ່ງງ່າຍກວ່າເກົ່າໃນການແກ້ໄຂຮູບພາບ ໃນຂະນະທີ່ ແກ້ໄຂໂພສ. ນອກຈາກນີ້, ຍັງສາມາດປັບຂະໜາດຮູບພາບໄດ້ໂດຍກົງໃນຕົວແກ້ໄຂ, ແລະ ກ່ອງຮູບພາບ (galleries) ກໍຈະສະແດງເປັນຕາຕະລາງຮູບທີ່ສວຍງາມໃນຕົວແກ້ໄຂເລີຍ, ຄືກັນກັບຕອນທີ່ເຜີຍແຜ່ແລ້ວ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການປັບປຸງການແກ້ໄຂແບບ Visual ເພີ່ມເຕີມ
ດ້ວຍ WordPress 4.0 “Benny” ໃນປີ 2014, ມັນກໍເປັນໄປໄດ້ໃນການເບິ່ງໄຟລ໌ທີ່ອັບໂຫລດໃນຮູບແບບຕາຕະລາງທີ່ສວຍງາມ ແລະ ບໍ່ມີທີ່ສິ້ນສຸດ. ການສະແດງຕົວຢ່າງລາຍລະອຽດແບບໃໝ່ເຮັດໃຫ້ການເບິ່ງ ແລະ ການແກ້ໄຂສື່ຕ່າງໆຕາມລຳດັບນັ້ນເຮັດໄດ້ໄວຂຶ້ນ. ການຝັງເນື້ອຫາກາຍເປັນປະສົບການແບບເຫັນພາບ, ໂດຍສະແດງຕົວຢ່າງຂອງເນື້ອຫາທີ່ຝັງໄວ້ (ເຊັ່ນ ວິດີໂອ YouTube) ເຊິ່ງຊ່ວຍປະຢັດເວລາ ແລະ ເພີ່ມຄວາມໝັ້ນໃຈ. ການຂຽນ ແລະ ການແກ້ໄຂກໍມີຄວາມສະດວກສະບາຍ ແລະ ລື່ນໄຫຼກວ່າເກົ່າ. ດຽວນີ້ຕົວແກ້ໄຂຈະຂະຫຍາຍໃຫ້ພໍດີກັບເນື້ອຫາໃນຂະນະທີ່ທ່ານຂຽນ, ແລະ ເຄື່ອງມືຈັດຮູບແບບກໍມີໃຫ້ໃຊ້ງານໄດ້ຕະຫຼອດເວລາ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ຍອດດາວໂຫລດປັກອິນທະລຸໜຶ່ງພັນລ້ານຄັ້ງ
ໃນຂະນະທີ່ສ່ວນແບ່ງການຕະຫຼາດຂອງ WordPress ເຕີບໂຕຢ່າງຕໍ່ເນື່ອງ, ຍອດການດາວໂຫລດຈາກໄດເຣັກທໍຣີປລັກອິນກໍເພີ່ມຂຶ້ນເຊັ່ນກັນ. WordPress ສາມາດສ້າງເວັບໄຊໄດ້ເກືອບທຸກຮູບແບບທີ່ທ່ານຈະນຶກອອກໄດ້, ແລະ ມີຄົນເກັ່ງໆຫຼາຍຄົນທີ່ເຂົ້າມາຮ່ວມສ້າງປລັກອິນ ທັງແບບຟຣີ ແລະ ແບບພຣີມ້ຽມ. ການເພີ່ມຂຶ້ນຂອງຜູ້ປະກອບການ WordPress ນີ້ເອງທີ່ເຮັດໃຫ້ຍອດການດາວໂຫລດທະລຸ 1 ພັນລ້ານຄັ້ງໃນເດືອນສິງຫາ 2015.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ຫຼາຍກວ່າ 25% ຂອງທົ່ວທັງເວັບ
W3Techs.com ໄດ້ວິເຄາະອິນເຕີເນັດ ແລະ ແບ່ງຕາມລະບົບຈັດການເນື້ອຫາແຕ່ລະຊະນິດໃນປີ 2015. WordPress ມີສ່ວນແບ່ງຫຼາຍກວ່າ ອັນດັບສອງໃນລາຍຊື່ຢ່າງຫຼວງຫຼາຍ ເຊິ່ງກໍຄື Joomla ທີ່ມີພຽງ 2.8 ເປີເຊັນ. Matt Mullenweg ໄດ້ຂຽນໄວ້ວ່າ, “ໂອກາດອັນໃຫຍ່ຫຼວງແມ່ນຍັງຄືອີກ 57% ຂອງເວັບໄຊທີ່ຍັງບໍ່ທັນໃຊ້ CMS ໃດໆທີ່ລະບຸໄດ້, ແລະ ນັ້ນຄືສິ່ງທີ່ຂ້ອຍຄິດວ່າຍັງມີບ່ອນຫວ່າງໃຫ້ພວກເຮົາເຕີບໂຕໄດ້ອີກມະຫາສານ (ແລະ ຂ້ອຍກໍຍັງເຊຍ CMS ໂອເພນຊອດອື່ນໆນຳອີກ)”. ລາວຍັງໄດ້ ທະວີດ ຂໍ້ຄວາມສັ້ນໆວ່າ, “ອີກເຈັດສິບຫ້າຈະຮອດເປົ້າໝາຍ (Seventy-Five to Go)”.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ງານ WordCamp US ຄັ້ງທຳອິດ
ໃນ ເວລານັ້ນ (ປີ 2015), ມັນແມ່ນງານ WordCamp ທີ່ໃຫຍ່ທີ່ສຸດໃນໂລກ ແລະ ເປັນງານ WordCamp US ລະດັບຊາດຄັ້ງທຳອິດ. ສູນປະຊຸມ Pennsylvania ໄດ້ຕ້ອນຮັບນັກຂຽນບລັອກ, ນັກອອກແບບ, ນັກພັດທະນາ WordPress ແລະ ຜູ້ອື່ນໆອີກຫຼາຍກວ່າ 1,800 ຄົນ. ທ່ານ David Oh ສະມາຊິກສະພາເມືອງ Philadelphia ໄດ້ ປະກາດ ໃຫ້ວັນທີ 5 ທັນວາ ເປັນ ‘ວັນ WordPress’ ໃນລະຫວ່າງການກ່າວສູນທໍລະພົດ State of the Word ໂດຍ Matt Mullenweg.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ທຶນການສຶກສາ Kim Parsell
ເພື່ອເປັນການລະນຶກເຖິງ Kim Parsell, ໃນປີ 2015 ມູນນິທິ WordPress ໄດ້ສ້າງທຶນການສຶກສາເພື່ອມອບທຶນປະຈຳປີໃຫ້ແກ່ຜູ້ຍິງ (ທຸກເພດສະພາບບັນຍັດ) ທີ່ປະກອບສ່ວນໃຫ້ກັບ WordPress ເພື່ອເຂົ້າຮ່ວມງານ WordCamp US.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
REST API Content Endpoints
ດ້ວຍການປ່ອຍ WordPress 4.7 “Vaughan” ໃນປີ 2016, ໄດ້ມີການເພີ່ມຈຸດເຊື່ອມຕໍ່ REST API ສຳລັບ ໂພສ, ຄຳຄິດເຫັນ, ແທັກ, ຜູ້ໃຊ້, ເມຕາ ແລະ ການຕັ້ງຄ່າ. ຈຸດເຊື່ອມຕໍ່ເນື້ອຫາເຫຼົ່ານີ້ເຮັດໃຫ້ພາຍນອກສາມາດເຂົ້າເຖິງຂໍ້ມູນເວັບໄຊ WordPress ໄດ້ໃນຮູບແບບທີ່ຄອມພິວເຕີສາມາດອ່ານໄດ້ ດ້ວຍອິນເຕີເຟດທີ່ໄດ້ມາດຕະຖານ, ເຊິ່ງເປັນການປູທາງໄປສູ່ກຳມະວິທີໃໝ່ໆ ແລະ ມີນະວັດຕະກຳໃນການໂຕ້ຕອບກັບເວັບໄຊຜ່ານ ປລັກອິນ, ທີມ, ແອັບ ແລະ ອື່ນໆ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ເລີ່ມຕົ້ນໂຄງການ Gutenberg
Matt Mullenweg ໄດ້ປະກາດແຜນການປ່ຽນແປງຕົວແກ້ໄຂຄັ້ງໃຫຍ່ໃນລະຫວ່າງການກ່າວສູນທໍລະພົດ State of the Word ໃນປີ 2016. ເວົ້າໃຫ້ຊັດເຈນກໍຄື ລາວໄດ້ເວົ້າເຖິງການສ້າງ “ຕົວແກ້ໄຂແບບບລັອກ” ແລະ ຢ້ຳວ່າການຮຽນຮູ້ JavaScript ຢ່າງເລິກເຊິ່ງນັ້ນເປັນສິ່ງສຳຄັນ. ຫຼັງຈາກນັ້ນບໍ່ດົນ ໂຄງການນີ້ກໍໄດ້ຮັບຊື່ວ່າ Gutenberg. ການ Commit ຄັ້ງທຳອິດ ເກີດຂຶ້ນໃນວັນທີ 3 ກຸມພາ 2017 ແລະ ການປ່ອຍຄັ້ງທຳອິດ ໃນຮູບແບບປລັກອິນ WordPress ໃນເດືອນມິຖຸນາ 2017. ໃນເບື້ອງຕົ້ນ Gutenberg ໄດ້ພົບກັບຂໍ້ໂຕ້ແຍ້ງບາງຢ່າງ, ແຕ່ຊຸມຊົນ WordPress ທັງໝົດກໍໄດ້ຮ່ວມແຮງຮ່ວມໃຈກັນເພື່ອເຮັດໃຫ້ໂຄງການນີ້ປະສົບຜົນສຳເລັດ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
Gutenberg ກາຍເປັນຕົວແກ້ໄຂມາດຕະຖານ
ການອັບເກຣດຄັ້ງໃຫຍ່ຂອງຕົວແກ້ໄຂ. ດ້ວຍການປ່ອຍ WordPress 5.0 “Bebo” ໃນປີ 2018, Gutenberg ໄດ້ກາຍມາເປັນຕົວແກ້ໄຂເລີ່ມຕົ້ນ. ຕົວແກ້ໄຂແບບບລັອກໃໝ່ນີ້ແມ່ນບາດກ້າວທຳອິດໄປສູ່ອະນາຄົດໃໝ່ທີ່ໜ້າຕື່ນເຕັ້ນ. ບໍ່ວ່າທ່ານຈະກຳລັງສ້າງເວັບໄຊທຳອິດ, ປັບປຸງບລັອກຂອງທ່ານ ຫຼື ຂຽນໂຄດເພື່ອລ້ຽງຊີບ; Gutenberg ກໍໃຫ້ຄວາມຢືດຢຸ່ນໃນການຈັດການເນື້ອຫາໄດ້ຫຼາຍຂຶ້ນ.
ສຳລັບນັກພັດທະນາທີ່ສ້າງເວັບໄຊໃຫ້ລູກຄ້າ, ດຽວນີ້ທ່ານສາມາດສ້າງບລັອກທີ່ໃຊ້ຄືນໃໝ່ໄດ້, ເຊິ່ງຊ່ວຍໃຫ້ລູກຄ້າຂອງທ່ານເພີ່ມເນື້ອຫາໃໝ່ໄດ້ທຸກເວລາ ໂດຍທີ່ຍັງຄົງຮັກສາຮູບແບບ ແລະ ຄວາມຮູ້ສຶກທີ່ຕໍ່ເນື່ອງກັນ. ການມີຊຸດ API ແລະ ສ່ວນປະກອບອິນເຕີເຟດທີ່ຫຼາກຫຼາຍ ເຮັດໃຫ້ການສ້າງບລັອກທີ່ມີຕົວຄວບຄຸມທີ່ເຂົ້າໃຈງ່າຍນັ້ນກາຍເປັນເລື່ອງງ່າຍ. ການນຳໃຊ້ສ່ວນປະກອບເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ວຽກພັດທະນາໄວຂຶ້ນເທົ່ານັ້ນ ແຕ່ຍັງເຮັດໃຫ້ອິນເຕີເຟດມີຄວາມຕໍ່ເນື່ອງ, ໃຊ້ງານງ່າຍ ແລະ ເຂົ້າເຖິງໄດ້ດີກວ່າເກົ່າ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການຂະຫຍາຍທີມຜູ້ນຳ
ໃນປີ 2019 Josepha Haden Chomphosy ໄດ້ຮັບການແຕ່ງຕັ້ງເປັນຜູ້ອຳນວຍການບໍລິຫານເພື່ອຊ່ວຍດູແລການເຮັດວຽກປະຈຳວັນຂອງໂຄງການ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການໃຫ້ກຽດແກ່ Alex Mills
ໃນປີ 2019, Matt Mullenweg ໄດ້ຈັດກິດຈະກຳໄວ້ອາໄລໃຫ້ກັບ Alex Mills (viper007bond) ເຊິ່ງເປັນສະມາຊິກຊຸມຊົນທີ່ຢູ່ມາຢ່າງຍາວນານ ເຊິ່ງໄດ້ເສຍຊີວິດລົງຫຼັງຈາກຕໍ່ສູ້ກັບໂລກມະເຮັງເມັດເລືອດຂາວ. Alex ເປັນຜູ້ປະກອບສ່ວນໃຫ້ກັບ WordPress ທີ່ມີຄວາມເມດຕາ, ມີຄວາມຄິດສ້າງສັນ ແລະ ສ້າງຜົນງານໄວ້ຢ່າງຫຼວງຫຼາຍ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
State of The Word ໃນຮູບແບບ Gutenberg
ໃນປີ 2019, ການນຳສະເໜີ State of the Word ຖືກອອກແບບດ້ວຍ Gutenberg ທັງໝົດເປັນຄັ້ງທຳອິດ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ການຮອງຮັບຄັງບລັອກ (Block Directory)
ດ້ວຍ WordPress 5.5 “Eckstine” ໃນປີ 2020, ມັນກໍກາຍເປັນເລື່ອງງ່າຍກວ່າທີ່ເຄີຍໃນການຄົ້ນຫາບລັອກທີ່ທ່ານຕ້ອງການ. ໄດເຣັກທໍຣີບລັອກໃໝ່ຖືກຕິດຕັ້ງມາໃນຕົວແກ້ໄຂບລັອກເລີຍ, ເຮັດໃຫ້ສາມາດຕິດຕັ້ງບລັອກຊະນິດໃໝ່ໆໄດ້ໂດຍບໍ່ຕ້ອງອອກຈາກຕົວແກ້ໄຂ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ທີມງານປ່ອຍເວີຊັນທີ່ເປັນຜູ້ຍິງ ແລະ Non-Binary ທັງໝົດ
ໃນປີ 2020, ການປ່ອຍ WordPress 5.6 “Simone” ແມ່ນມາຈາກທີມງານປ່ອຍເວີຊັນທີ່ເປັນຜູ້ຍິງ ແລະ ຜູ້ມີອັດຕະລັກທາງເພດແບບ non-binary ທັງໝົດເປັນຄັ້ງທຳອິດ. WordPress 5.6 ໄດ້ນຳເອົາວິທີການນັບບໍ່ຖ້ວນມາເພື່ອປົດປ່ອຍໄອເດຍໃຫ້ເປັນອິດສະຫຼະ ແລະ ເຮັດໃຫ້ມັນເປັນຈິງ.
ດ້ວຍທີມເລີ່ມຕົ້ນໃໝ່ທີ່ເປັນຄືກັບຜືນຜ້າໃບ ແລະ ບລັອກທີ່ເປັນຄືກັບແປງທາສີ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
ເປີດຕົວທິມ TT1 Blocks
ໃນປີ 2021, ທີມ TT1 Blocks ຖືກປ່ອຍອອກມາເປັນເວີຊັນທົດລອງທີ່ໃຊ້ບລັອກຂອງທີມ Twenty Twenty-One. ມັນຖືກສ້າງຂຶ້ນເພື່ອໃຊ້ປະໂຫຍດຈາກຟັງຊັນການແກ້ໄຂເວັບໄຊທັງໝົດ (Full-site editing) ທີ່ກຳລັງຖືກສ້າງຂຶ້ນໃນປລັກອິນ Gutenberg. ເຊິ່ງຍັງບໍ່ໄດ້ມີໄວ້ເພື່ອໃຊ້ໃນເວັບໄຊທີ່ໃຊ້ງານແທ້ເທື່ອ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
Gutenberg ລຸ້ນທີ 100
ວັນທີ 17 ກຸມພາ 2021 ເປັນການປ່ອຍ Gutenberg ເວີຊັນທີ 100, ເຖິງວ່າມັນຈະເບິ່ງຄືວ່ານ້າອັດສະຈັນຈາກພາຍນອກ, ແຕ່ໃນຕົວຂອງມັນເອງກໍຍັງຄົງສິ່ງທີ່ເວີຊັນອື່ນໆມີ. ນັ້ນຄືການປັບປຸງຄຸນສົມບັດທີ່ມີຢູ່, ການແກ້ໄຂບັກທີ່ຜູ້ໃຊ້ລາຍງານມາ, ການເພີ່ມຄຸນສົມບັດໃໝ່ ແລະ ການທົດລອງໄອເດຍໃໝ່ໆ. ສິ່ງທີ່ໜ້າອັດສະຈັນແທ້ໆກ່ຽວກັບການປ່ອຍເວີຊັນນີ້ແມ່ນ “ຜູ້ຄົນ”. ບໍ່ວ່າຈະເປັນຜູ້ທີ່ຢູ່ກັບພວກເຮົາຕັ້ງແຕ່ເລີ່ມຕົ້ນ, ຜູ້ທີ່ເຄີຍຢູ່ແລ້ວຈາກໄປ, ຜູ້ທີ່ເຂົ້າມາຮ່ວມເດີນທາງກັບພວກເຮົາ, ທຸກຄົນທີ່ຊ່ວຍເຫຼືອຕະຫຼອດເສັ້ນທາງ, ທຸກຄົນທີ່ໃຫ້ຄຳແນະນຳ, ທຸກຄົນທີ່ລົງມືເຮັດ ແລະ ທຸກຄົນທີ່ເຄີຍໃຊ້ຕົວແກ້ໄຂນີ້, ພະຍາຍາມຕໍ່ຍອດມັນ ແລະ ໃຫ້ໄອເດຍຕ່າງໆ.
⌃ກັບຄືນໄປຫາເຄື່ອງໝາຍເຫດການທີ່ສຳຄັນ.
WordPress ຂັບເຄື່ອນເວັບໄຊ 40% ຂອງທົ່ວທັງເວັບ
ນອກຈາກນີ້ໃນເດືອນກຸມພາ 2021, W3Techs.com ໄດ້ລາຍງານ ວ່າຊອບແວ WordPress ໄດ້ຂັບເຄື່ອນເວັບໄຊ 40% ຂອງເວັບໄຊ 10 ລ້ານອັນດັບທຳອິດຂອງໂລກ! ທຸກໆສອງນາທີ, ຈະມີເວັບໄຊໃໝ່ທີ່ໃຊ້ WordPress ກ່າວຄຳວ່າ “ສະບາຍດີຊາວໂລກ (Hello world)”!
ສຳລັບເວັບໄຊ 1,000 ອັນດັບທຳອິດ, ສ່ວນແບ່ງການຕະຫຼາດແມ່ນສູງເຖິງ 51.8%.
40 ເປີເຊັນ ແລະ ຍັງຄົງເພີ່ມຂຶ້ນ…
ເລີ່ມຕົ້ນກັບ WordPress